ຍູ້ແຮງການຮ່ວມມືການປ້ອງກັນຊາດລະຫວ່າງ2ປະເທດຫວຽດນາມ-ສ.ເກົາຫຼີ

ຍູ້ແຮງການຮ່ວມມືການປ້ອງກັນຊາດລະຫວ່າງ2ປະເທດຫວຽດນາມ-ສ.ເກົາຫຼີ - ảnh 1
ທ່ານ ພົນເອກ ຟຸ່ງກວາງ​ແທງ ຕ້ອນຮັບທ່ານ ລັດຖະມົນຕີ​ວ່າ
ການ​ກະຊວງ​ປ້ອງ​ກັນ​ປະ​ເທດ ສ.​ເກົາຫຼີ Han Min-Koo
 (ພາບ: Tung Đinh)

(vovworld) – ​ ​ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ ສ.​ເກົາຫຼີ Han Min-Koo ພວມ​ຢູ່​ຢ້ຽມຢາມ​ ຫວຽດນາມ ​ຢ່າງ​ເປັນ​ທາງ​ການ​ໃນ​ລະຫວ່າງ​ວັນ​ທີ 27-29/5, ຕາມ​ຄຳ​ເຊີນ​ຂອງ​ທ່ານ​ພົນ​ເອກ, ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ ຟຸ່ງກວາງ​ແທງ. ພາຍຫຼັງ​ພິທີ​ຕ້ອນຮັບຢ່າງ​ເປັນ​ທາງ​ການ​​ໃນ​ວັນທີ 28/5, ຄະນະ​ຜູ້​ແທນ​ທະຫານ​ຂັ້ນ​ສູງ ຫວຽດນາມ ​ໂດຍ​ທ່ານ ລັດຖະມົນຕີ​ ຟຸ່ງກວາງ​ແທງ ​ເປັນ​ຫົວໜ້າ​ຄະນະ ​ແລະ ຄະນະ​ຜູ້​ແທນ​ທະຫານ​ຂັ້ນ​ສູງ ສ.​ເກົາຫຼີ ​ໂດຍ​ທ່ານ​ລັດຖະມົນຕີ Han Min-Koo ​ເປັນ​ຫົວໜ້າ​ຄະນະ ​ໄດ້​ດຳ​ເນີນ​ການ​ເຈລະຈາ, ປຶກສາ​ຫາລື​ບັນດາ​ມາດ​ຕະການ​ຮ່ວມ​ມື​ປ້ອງກັນຊາ​ດລະຫວ່າງ 2 ຝ່າ​ຍ​ໃນ​ໄລຍະ​ຈະ​ມາ​ເຖິງ. ນີ້​ແມ່ນ​ການ​ຢ້ຽມຢາມ ຫວຽດນາມ ຢ່າງ​ເປັນ​ທາງ​ການ​ຄັ້ງ​ທຳ​ອິດຂອງ​ທ່ານ Han Min-Koo ​ໃນ​ຖານະ​ເປັນລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ ສ.​ເກົາຫຼີ.​ ສະ​ນັ້ນ​, 2 ຝ່າຍ ປາດ​ຖະໜາ​ວ່າ: ການ​ຢ້ຽມຢາມ ຫວຽດນາມ ຄັ້ງ​ນີ້​ຂອງຄະນະ​ຜູ້​ແທນ​ທະຫານ​ຂັ້ນ​ສູງ ສ.​ເກົາຫຼີ ຈະ​ປະກອບສ່ວນ​ສ້າງ​ກຳລັງ​ໜູນ​ໃໝ່​ເພີ່ມ​ທະວີ​ພັດທະນາການ​ພົວພັນ​ມິດຕະພາບ, ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ ​ແລະ ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ​ເຊິ່ງກັນ ​ແລະ ກັນ ລະຫວ່າງ ກອງທັບ ​ແລະ ປະຊາຊົນ 2 ປະ​ເທດ​ໃນ​ໄລຍະ​ຈະ​ມາ​ເຖິງ. ພ້ອມ​ທັງ​ເພີ່ມ​ທະວີ​ການ​ພົວພັນ​ໃນ​ຂົງ​ເຂດ​ປ້ອງ​ກັນຊາ​ດພັດທະນາ​ຢ່າງຮອບດ້ານ,​ ສົມ​ກັບ​ການ​ພົວພັນ​ຮ່ວມ​ມື, ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດນາມ-​ສ.​ເກົາຫຼີ.


ຂ່າວ/ບົດ​ອື່ນ