ຍູ້ແຮງການຮ່ວມມືມິດຕະພາບລະຫວ່າງຫວຽດນາມ - ອົດສະຕາລີ

(VOVWORLD) -ຕອນບ່າຍວັນທີ 16 ກໍລະກົດ, ຢູ່ສໍານັກງານສະພາແຫ່ງຊາດ, ທ່ານຮອງປະທານສະພາແຫ່ງຊາດຫວຽດນາມ ຟຸ່ງກັວກຫຽນ ໄດ້ໃຫ້ການຕ້ອນຮັບຄະນະສະມາຊິກລັດຖະສະພາ ອົດສະຕາລີ ໂດຍທ່ານ Rowan Ramsay ຫົວໜ້າກໍາມາທິການສໍາເນົາເອກະສານລັດຖະສະພາ ອົດສະຕາລີ ເປັນຫົວໜ້າຄະນະ,ເຊິ່ງພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. 

ຍູ້ແຮງການຮ່ວມມືມິດຕະພາບລະຫວ່າງຫວຽດນາມ - ອົດສະຕາລີ - ảnh 1ທ່ານຮອງປະທານສະພາແຫ່ງຊາດຫວຽດນາມ ຟຸ່ງກັວກຫຽນ ຕ້ອນຮັບຄະນະສະມາຊິກລັດຖະສະພາ ອົດສະຕາລີ ໂດຍທ່ານ Rowan Ramsayເປັນຫົວໜ້າຄະນະ

(ພາບ: Quang Khanh)

ກ່າວຄໍາເຫັນທີ່ການຕ້ອນຮັບ, ທ່ານຮອງປະທານສະພາແຫ່ງຊາດ ຟຸ່ງກັວກຫຽນ ຢັ້ງຢືນວ່າ: ສະພາແຫ່ງຊາດຫວຽດນາມ ສະໜັບສະໜູນເລື່ອງເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດ ລະຫວ່າງຫວຽດນາມ - ອົດສະຕາລີ, ສ້າງຂອບເຂດສໍາຄັນ ເພື່ອແນໃສ່ນໍາການພົວພັນໃນບັນດາຂົງເຂດ ໃຫ້ເຂົ້າສູ່ລວງເລິກ ແລະ ແທດຈິງກວ່່າ. ຕາມນັ້ນແລ້ວ, ສອງຝ່າຍຈະມີການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ຂັ້ນຕ່່າງໆ, ທາບທາມບົດຮຽນ, ສົມທົບກັນຕິດຕາມກວດກາບັນດາຂໍ້ຕົກລົງຮ່ວມມືຂອງລັດຖະບານສອງປະເທດຢ່າງເປັນປະຈໍາ. ທ່ານຮອງປະທານສະພາແຫ່ງຊາດ ຟຸ່ງກັວກຫຽນ ປາດຖະໜາວ່າ ໃນໄລຍະຈະມາເຖິງ, ສອງກຸ່ມສະມາຊິກລັດຖະສະພາມິດຕະພາບ ຈະສ້າງແຜນການຮ່່ວມມື ເພື່ອປະກອບສ່ວນເຂົ້າໃນການສ້າງການພົວພັນມິດຕະພາບລະຫວ່າງສອງປະເທດ, ສອງສະພາແຫ່ງຊາດ ຢ່າງແທດຈິງ. ພ້ອມທັງຫວັງວ່າ ໃນໄລຍະຈະມາເຖິງ, ອົດສະຕາລີ ແລະຫວຽດນາມ ຈະເພີ່ມທະວີການຊຸກຍູ້ການພົວພັນເສດຖະກິດ, ການຄ້າຕ່າງປະເທດ, ການລົງທຶນ ຂອງອົດສະຕາລີ ເຂົ້າມາຫວຽດນາມ ໃຫ້ຫຼາຍກວ່າອີກ ໂດຍສະເພາະ ແມ່ນໃນບັນດາຂົງເຂດກະສິກໍາ ແລະ ການທ່ອງທ່ຽວ.

        ກໍໃນວັນດຽວກັນ, ກ່າວຄໍາເຫັນທີ່ການຕ້ອນຮັບ, ທ່ານ ຫງວຽນແຫ້ງຟຸກ ເລຂານຸການໃຫຍ່ສະພາແຫ່ງຊາດ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດຫວຽດນາມ, ປະທານກຸ່ມສະມາຊິກລັດຖະສະພາມິດຕະພາບຫວຽດນາມ - ອົດສະຕາລີ ໄດ້ຢັ້ງຢືນ ໃນນະໂຍບາຍຂອງການພົວພັນຕ່າງປະເທດ ເອກະລາດ, ເປັນເຈົ້າຕົນເອງ, ຫັນເປັນຫຼາຍຮູບຫຼາຍແບບ ແລະ ຫຼາຍຝ່າຍ ໃນບັນດາການພົວພັນສາກົນຂອງຕົນ ແລະ ຫວຽດນາມ ຍາມໃດກໍຖືເປັນສໍາຄັນການພົວພັນສອງຝ່າຍກັບ ອົດສະຕາລີ.

ຕອບກັບ

ຂ່າວ/ບົດ​ອື່ນ