ຍູ້ແຮງການຮ່ວມມືລະຫວ່າງວິສາຫະກິດຫວຽດນາມ ແລະ ນິວຊີແລນ

ຍູ້ແຮງການຮ່ວມມືລະຫວ່າງວິສາຫະກິດຫວຽດນາມ ແລະ ນິວຊີແລນ - ảnh 1
ຍູ້ແຮງການຮ່ວມມືລະຫວ່າງວິສາຫະກິດຫວຽດນາມ ແລະ ນິວຊີແລນ
(ພາບ: dangcongsan)

(vovworld)- ​​​​​​​​​​​ຄະ​ນະ​ປະ​ຕິ​ບັດ​ງານ​ຂອງ​ບໍ​ລິ​ສັດ​ໃຫຍ່​ການ​ຄ້າ​ຮ່າ​ໂນ້ຍ ( Hapro ) ຫາກໍ່​ມີ​ການ​ໄປ​​ປະ​ຕິ​ບັດ​ງານ​ເພື່ອ​ສຳຫຼວດ ແລະ ພົບ​ປະ​ກັບ​​ບັນ​ດາ​ຄູ່​ຮ່ວມ​ມືດຳ​ເນີນ​ທຸ​ລະ​ກິດ​ນິວ​ຊີ​ແລນ​​ຢູ່ນະ​ຄອນຫຼວງ ແວວ​ລິງ​ຕັນ. ທີ່​ສຳ​ນັກ​ງານ​​ທູດ​ການ​ຄ້າ, ພາຍ​ໃຕ້​ການ​ເປັນ​ສັກ​ຂີ​ພິ​ຍານ​ຂອງ​ທ່ານ ຫງວຽນ​ຫວຽດ​ຢຸງ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ​ປະ​ຈຳ​ນິວ​ຊີ​ແລນ, ທ່ານ ຫງວຽນ​ຫິວ​ທັ໋ງ ປະ​ທານ​ສະ​ພາ​ສະ​ມາ​ຊິກ​ບໍ​ລິ​ສັດ​ໃຫຍ່ Hapro ແລະ ທ່ານ Adam Martin, ປະ​ທານ​ສູນ​ການ​ຄ້າ​ນິວ​ຊີ​ແລນ ( NZTC ) ໄດ​້​ເຊັນ​ຂໍ້​ຕົກ​ລົງ​ການ​ຮ່ວມ​ມື​ຍຸດ​ທະ​ສາດ​ໃນ​ການ​ຮ່ວມ​ມື ແລະ ໜູນ​ຊ່ວຍ​ເຊິ່ງ​ກັນ ແລະ ກັນ​ໃນ​ການ​ສຳ​ຜັດ​ກັບ​ຕະຫຼາດ, ຊອກ​ຫາ​ແຫຼ່ງ​ສະ​ໜອງ​ບັນ​ດາ​ຜະ​ລິດ​ຕະ​ພັນ, ການ​ບໍ​ລິ​ການ ແລະ ການ​ເຄື່ອນ​ໄຫວ​ທີ່​ກ່ຽວ​ຂ້ອງ, ​ກ້າວໄປ​ເຖິງ​ການ​ຜັນ​ຂະ​ຫຍາຍ​ຮູບ​ແບບ​​​ສູນ​ຄ້າ​ຂາຍ​ສິນ​ຄ້າ​ນິວ​ຊີ​ແລນ​ຢູ່​ຫວຽດ​ນາມ ກໍ່​ຄື ການ​ຮ່ວມ​ມື​ໃນ​ການ​ເປີດ​ສູນ​ແນະ​ນຳ​ສິນ​ຄ້າ​ຫວຽດ​ນາມ​ຢູ່ ອົກ​ແລນ ປະ​ເທດ​ນິວ​ຊີ​ແລນ.  ໃນ​ຂະ​ນະ​ທີ່​ປະ​ຕິ​ບັດ​ງານ​ຢູ່​ນິວ​ຊີ​ແລນ, ຄະ​ນະ​ປະ​ຕິ​ບັດ​ງານ Hapro ໄດ້​ມີ​ການ​ພົບ​ປະ​ກັບ​ບາງວິ​ສາ​ຫະ​ກິດ​ສົ່ງ​ອອກ-ນຳ​ເຂົ້າ​ຢູ່​ນິວ​ຊີ​ແລນ ເພື່ອ​ແນ​ໃສ່​ສົ່ງ​ເສີມ​ການ​ຈຳ​ໜ່າຍ​ປະ​ເພດ​ສິນ​ຄ້າ​ຜະ​ລິດ​ຕະ​ພັນ​ກະ​ເສດ​ທີ່​ເປັນ​ວັດ​ຖຸ​ດິບ​ຜະ​ລິດ​ເປັນ​ສິນ​ຄ້າ​ບໍ​ລິ​ໂພກ ແລະ ສົ່ງ​ອອກ​ຢູ່​ນິວ​ຊີ​ແລນ, ພ້ອມ​ທັງ​ຂຸດ​ຄົ້ນ​ບັນ​ດາ​ປະ​ເພດ​ສິນ​ຄ້າ​ສົ່ງ​ອອກ​ທີ່​ມີ​ທ່າ​ແຮງ​ຂອງ​ນິວ​ຊີ​ແລນ​ໃຫ້​ແກ່​ລະ​ບົບ​ຮ້ານ​ຊັບ​ພະ​ສິນ​ຄ້າ ແລະ ຮ້ານ​ຄ້າ​ຂອງ Hapro.

ຂ່າວ/ບົດ​ອື່ນ