ຍູ້ແຮງການຮ່ວມມືສົ່ງຄົນງານໄປເຮັດວຽກຢູ່ຍີ່ປຸ່ນ

ຍູ້ແຮງການຮ່ວມມືສົ່ງຄົນງານໄປເຮັດວຽກຢູ່ຍີ່ປຸ່ນ - ảnh 1
​ພາ​ບ​ປະ​ກອບ:internet

(vovworld)- ປີ 2015, ຫວຽດ​ນາມ ໄດ້​ສົ່ງ​ຄົນ​ງານກວ່​າ 27.000 ຄົນ​ໄປ​ເຮັດ​ວຽກ​ຢູ່ ຍີ່​ປຸ່ນ, ເພີ່ມ​ຂຶ້ນ 136,6% ເມື່ອ​ທຽບ​ໃສ່​ປີ 2014. ວຽກ​ງານ​ສົ່ງ​ຄົນ​ງານ​ໄປ​ເຮັດ​ວຽກ​ຢູ່ ຍີ່​ປຸ່ນ ໃນ​ປີ​ຜ່ານ​ມາ ໂດຍ​ກະ​ຊວງ​ແຮງ​ທະ​ຫານ​ເສຍ​ອົງ​ຄະ​ ແລະ ສັງ​ຄົມ​ຫວຽດ​ນາມ ປະ​ຕິ​ບັດ ດ້ວຍ​ຫລາຍ​ມາດ​ຕະ​ການ, ເພື່ອ​ພັດ​ທະ​ນາ ແລະ ຮັກ​ສາ​ຕະ​ຫລາດ​ເປັນ​ປົກ​ກະ​ຕິ. ນອກນັ້ນ ກະ​ຊວງ​ດັ່ງ​ກ່າວ​ກໍ​ໄດ້​ສົມ​ທົບ​ກັບ​ບັນ​ດາ​ຫົວ​ຫນ່ວຍ​ກ່ຽວ​ຂ້ອງ ຈັດ​ຕັ້ງ​ການ​ລົງ​ນາມ​ໃນ​ບັນ​ດາ​ຂໍ້​ຕົກ​ລົງ​ກັບ​ຝ່າຍ ຍີ່​ປຸ່ນ​ໄດ້​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ຫນ້າ​ໃນ​ການ​ຊຸກ​ຍູ້​ສົ່ງງານ​ໄປ​ເຮັດ​ວຽກ​ຢູ່​ຍີ່​ປຸ່ນ. ມາ​ຮອດ​ປະ​ຈຸ​ບັນ ຫວຽດ​ນາມ ສົ່ງ​ຄົນ​ງານ​ໄປ​ເຮັດ​ວຽກ​ຢູ່ ຍີ່​ປຸ່ນ ໄດ້ 100.000 ຄົນ.

 

 

 

 

ຂ່າວ/ບົດ​ອື່ນ