ຍູ້ແຮງລະດັບຄວາມຄືບໜ້າວຽກງານຢັ້ງຢືນອັດຖິທະຫານເສຍສະຫຼະຊີວິດເພື່ອຊາດ

(VOVWORLD) -ຕອນເຊົ້າວັນທີ 12 ທັນວາ, ຢູ່ສຳນັກງານລັດຖະບານ, ຄະນະຊີ້ນຳຂັ້ນລັດ ກ່ຽວກັບການຢັ້ງຢຶນອັດຖິທະຫານເສຍສະຫຼະຊີວິດເພື່ອຊາດ ທີ່ຍັງຂາດດ້ານຂໍ້ມູນ (ຄະນະຊີ້ນຳ 150) ໄດ້ຈັດກອງປະຊຸມສະຫຼຸບ, ຕີລາຄາໝາກຜົນວຽກງານປີ 2017 ແລະ ຜັນຂະຫຍາຍໜ້າທີ່ມາດຕະການແກ້ໄຂປີ 2018.

ຍູ້ແຮງລະດັບຄວາມຄືບໜ້າວຽກງານຢັ້ງຢືນອັດຖິທະຫານເສຍສະຫຼະຊີວິດເພື່ອຊາດ - ảnh 1 (ກອງປະຊຸມສະຫຼຸບ, ຕີລາຄາໝາກຜົນວຽກງານປີ 2017 ແລະ

ຜັນຂະຫຍາຍໜ້າທີ່ມາດຕະການແກ້ໄຂປີ 2018)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ວູດຶກດາມ ໄດ້ຮຽກຮ້ອງໃຫ້ບັນດາສະມາຊິກຄະນະຊີ້ນຳ ສຸມໃສ່ໄຈ້ແຍກ, ເຮັດແຈ້ງບັນດາຂໍ້ຕິດຂັດ, ຂໍ້ຂາດຕົກບົກຜ່ອງເມື່ອຜັນຂະຫຍາຍໃນໄລຍະຜ່ານມາ. ພ້ອມທັງຖືວ່າ, ເພື່ອຍູ້ແຮງຄວາມຄືບໜ້າວຽກງານຢັ້ງຢືນອັດຖິທະຫານເສຍສະຫຼະຊີວິດເພື່ອຊາດ ທີ່ຍັງຂາດຂໍ້ມູນ ຕ້ອງແກ້ໄຂບັນດາຂໍ້ຕິດຂັດໃນວິວັດການສ້າງສູນຊັນນະສູດ, ພື້ນຖານຂໍ້ມູນ ແລະ ກວດກາບັນດາເອກະສານທີ່ກ່ຽວຂ້ອງຢ່າງວ່ອງໄວ.

ຕອບກັບ

ຂ່າວ/ບົດ​ອື່ນ