ດຶງດູດການລົງທຶນຢ່າງແຮງເຂົ້າແຂວງຕວຽນກວາງ

 ດຶງດູດການລົງທຶນຢ່າງແຮງເຂົ້າແຂວງຕວຽນກວາງ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫງວຽນ​ຊວນ​ຟຸກ​ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ

(vovworld)- ຕອນ​ເຊົ້າ​ວັນ​ທີ 27/2, ຢູ່ ນະ​ຄອນ ຕວຽນ​ກວາງ ໄດ້​ດຳ​ເນີນກອງ​ປະ​ຊຸມ​ສົ່ງ​ເສີມ​ການ​ລົງ​ທຶນ, ການ​ຄ້າ ແລະ ການ​ທ່ອງ​ທ່ຽວ ແຂວງ ຕວຽນ​ກວາງ​ປີ 2017. ທ່ານ ເຈົ໋າ​ວັນ​ເລີມ, ເລ​ຂາ​ຄະ​ນະ​ພັກ​ແຂວງ ໃຫ້​ຮູ້​ວ່າ: ແຂວງ ຖື​ຜົນ​ສຳ​ເລັດ ແລະ ຄວາມ​ວັດ​ທ​ະ​ນາ​ຖາ​ວອນ​ຂອງ ນັກ​ລົງ​ທຶນ ແມ່ນ​ຜົນ​ງານ ແລະ ວັດ​ທະ​ນາ​ຖາ​ວອນ​ຂອງ​ແຂວງ, ຖື​ວິ​ສາ​ຫະ​ກິດ​ແມ່ນ​ເປົ້າ​ໝາຍ​ຮັບ​ໃຊ້. ສະ​ນັ້ນ ແຂວງ ພວມ​ມາ​ນະ​ພະ​ຍາ​ຍາມ​ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ​ດຳ​ເນີນ​ທຸ​ລະ​ກິດ, ສ້າງ​ທຸກ​ເງື່ອນ​ໄຂ​ໃຫ້​ວິ​ສາ​ຫະ​ກິດ​ມາ​ລົງ​ທຶນ.

ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ​ແຈ້ງ​ໃຫ້​ບັນ​ດາ​ນັກ​ລົງ​ທຶນ​ຊາບ​ກ່ຽວ​ກັ​ບ​ເລື່ອງ ລັດ​ຖະ​ບານ ແລະ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄດ້​ແກ້​ໄຂ​ຂໍ້​ສະ​ເຫນີ​ແນະ​ຂອງ​ແຂວງ ຕວຽນ​ກວາງ ທີ່​ການ​ເຮັດ​ວຽກ​ກັບ​ການ​ນຳ​ຫລັກ​ແຫລ່ງ​ຂອງ​ແຂວງ​ໃນ​ວັນ​ທີ 26/2, ເພື່ອ​ແນ​ໃສ່​ຊຸກ​ຍູ້​ເສດ​ຖະ​ກິດ, ສັງ​ຄົມ​ກໍ​ຄື​ສ້າງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ​ຢ່າງ​ສະ​ດວກ​ໃຫ້​ແຂວງ. ໃນ​ນັ້ນ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຫັນ​ດີ​ຕໍ່​ແຜນ​ນະ​ໂຍ​ບາຍ​ຜັນ​ຂະ​ຫຍາຍ​ເສັ້ນ​ທາງ​ຄວາມ​ໄວ​ສູງ​ເຊື່ອມ​ຕໍ່ ແຂວງ​ຕວຽນ​ກວາງ​ກັບ​ເສັ້ນ​ທາງ​ຄວາມ​ໄວ​ສູງ ໂນ້ຍ​ບ່າຍ - ລາວ​ກາຍ ຕາມ​ຮູ​ບ​ການ​ຮ່ວມ​ມື​ພາກ​ເອ​ກະ​ຊົນ - ພາກ​ລັດ (PPP). ນີ້​ແມ່ນ​ບັນ​ດາ​ຈຸດ​ເດັ່ນ​ສຳ​ຄັນ​ເພື່ອ​ໃຫ້​ແຂວງ​ດຶງ​ດູດ​ການ​ລົງ​ທຶນ ແລະ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ເນັ້ນ​ຫນັກ​ວ່າ:

        “ລັດ​ຖະ​ບານ ຮຽກ​ຮ້ອງ​ແຂວງ ຕວຽນ​ກວາງ ສືບ​ຕໍ່​ປະ​ຕິ​ຮູບ​ການ​ປ່ຽນ​ໃຫມ່​ຢ່າງ​ແຮງ, ພິ​ເສດ ແມ່ນ​ການ​ປະ​ຕິ​ຮູບ​ດ້ານ​ບໍ​ລິ​ຫານ, ກ່ອນ​ອື່ນ​ໝົດ​ແມ່ນ​ລະ​ບຽບ​ການ​ບໍ​ລິ​ຫານ​ໃຫ້​ແກ່​ສະ​ພາບ​ແວດ​ລ້ອມ​ການ​ລົງ​ທຶນ​ດຳ​ເນີນ​ທຸ​ລະ​ກິດ​ເປັນ​ຢ່າງ​ດີ.”

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ເຫນີ​ບັນ​ດາ​ນັກ​ລົງ​ທຶນ​ມີ​ຍຸດ​ທະ​ສາດ​ດຳ​ເນີ​ນ​ທຸ​ລະ​ກິດ​ຍາວ​ນານເຂົ້າ​ແຂວງ​ຕວຽ​ນກວາງ, ມີ​ວິ​ໄສ​ທັດ​ພັດ​ທະ​ນາ. ທີ່ກອງ​ປະ​ຊຸມ, ​ຜູ້​ຕາງ​ຫນ້າ​ແຂວງ​ຕວ​ຽນ​ກວາງ ແລະ ບັນ​ດາ​ນັກ​ລົງ​ທຶນ​ໄດ້​ເຊັນ​ຂໍ້​ຕົກ​ລົງ​ກ່ຽວ​ກັບ​ການລົງ​ທຶນໃນ 6 ໂຄງ​ການ​ລົງ​ທຶນ ດ້ວຍຍອດ​ຈຳ​ນວນທຶນກວ່າ 18.600 ຕື້​ດົງ.


ຕອບກັບ

ຂ່າວ/ບົດ​ອື່ນ