ດັດຊະນີສະພາບແວດລ້ອມດຳເນີນທຸລະກິດຢູ່ຫວຽດນາມ ລື່ນກາຍງວດກ່ອນ

ດັດຊະນີສະພາບແວດລ້ອມດຳເນີນທຸລະກິດຢູ່ຫວຽດນາມ ລື່ນກາຍງວດກ່ອນ - ảnh 1
(ພາບປະກອບ)

(vovworld) – ຕາມ​ໝາກຜົນ​​ແຫ່ງການ​ສຳ​ຫຼວດດັດຊະນີ​ສະພາບ​ແວດ​ລ້ອມ​ດຳ​ເນີນ​ທຸລະ​ກິດ ​ໂດຍ EuroCham ປະ​ກາດ​ໃນ​ວັນ​ທີ 23/10, ຢູ່​ນະຄອນ​ໂຮ່ຈິ​ມິນ “ດັດຊະນີ​ສະພາບ​ແວດ​ລ້ອມ​ດຳ​ເນີນ​ທຸລະ​ກິດ ​ (BCI) ງວດທີ 3 ​ລື່ນກາຍ​ງວດ​ທີ 2, ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ​ແງ່​ຫວັງ​ດຳ​ເນີນ​ທຸລະ​ກິດ​ຂອງ​ປະຊາ​ຄົມ​ວິ​ສາ​ຫະກິດ​ເອີ​ລົບ ຢູ່​ຫວຽດນາມ ສືບ​ຕໍ່​ເພີ່ມ​ຂຶ້ນ”. ​ໂດຍລະອຽດ​ແມ່ນ, ດັດຊະນີ​ສະພາບ​ແວດ​ລ້ອມ​ດຳ​ເນີນ​ທຸລະ​ກິດ BCI ງວດ​ທີ 3 ​​ໄດ້​ເພີ່ມ​ຂຶ້ນ 74 ຄະ​ແນນ, ​ໃນ​ຂະນະ​ທີ​ງວດ​ທີ 2 ​ແມ່ນ 66 ຄະ​ແນນ. ລະດັບ​​ເຕີບ​ໂຕ​ດັ່ງກ່າວ​ຊີ້​ໃຫ້​ເຫັນ​ຄວາມມຸ່ງ​ຫວັງ​ຂອງ​ບັນດາ​ວິ​ສາ​ຫະກິດ​ໃນ​ການ​ເຈລະຈາ​ສັນຍາ​ການ​ຄ້າ​ເສລີ (FTA) ​ເອີ​ລົບ - ຫວຽດນາມ. ບົດ​ລາຍ​ງານ​ກໍ່​ຊີ້​ໃຫ້​ເຫັນ​ວ່າ, 61% ຈຳນວນ​ວິ​ສາ​ຫະກິດ​​ຖື​ວ່າ ສະພາບ​ເສດຖະກິດ​ມະຫາ​ພາກ​ຂອງ​ຫວຽດນາມ ຈະ​ໝັ້ນຄົງ ​ແລະ ​ໄດ້​ຮັບ​ການປັບປຸງ.

ຂ່າວ/ບົດ​ອື່ນ