ດັດຊະນີໜີ້ສາທາລະນະຍັງຢູ່ໃນຂອບເຂດກຳນົດ, ແຕ່ພວມຢືນຢູ່ຕໍ່ໜ້າສິ່ງທ້າທາຍ

  ດັດຊະນີໜີ້ສາທາລະນະຍັງຢູ່ໃນຂອບເຂດກຳນົດ, ແຕ່ພວມຢືນຢູ່ຕໍ່ໜ້າສິ່ງທ້າທາຍ - ảnh 1
ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ​ຫວຽດ​ນາມ ດິງ​ຕ້ຽນ​ຢຸງ ທີ່​ການ​ປຶກ​ສາ​ຫາ​ລື​ເມື່ອ​ຕອນ​ບ່າຍ​ວັນ​ທີ 30/10

(vovworld)- ບັນ​ດາ​ດັດ​ຊະ​ນີ​ໜີ້​ສາ​ທາ​ລະ​ນະ​ຍັງ​ຢູ່​ໃນ​ຂອບ​ເຂດ​ກຳ​ນົດ, ແຕ່​ພວມ​ຢືນ​ຢູ່​ຕໍ່​ໜ້າ​ສິ່ງ​ທ້າ​ທາຍຫຼາຍ​ຢ່າງ. ນີ້​ແມ່ນ​ຄຳ​ຢືນ​ຢັນ​ຂອງ​ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ​ຫວຽດ​ນາມ ດິງ​ຕ້ຽນ​ຢຸງ ທີ່​ການ​ປຶກ​ສາ​ຫາ​ລື​ເມື່ອ​ຕອນ​ບ່າຍ​ວັນ​ທີ 30/10 ກ່ຽວ​ກັບ​ສະ​ພາບ​ເສດ​ຖະ​ກິດ​ສັງ​ຄົມ​ປີ 2014 ແລະ ຈຸດ​ໝາຍ​ພັດ​ທະ​ນາ​ປີ 2015 ໃນ​ຂອບ​ເຂດກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 8 ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ​ຊຸດ​ທີ 13. ກ່ຽວ​ກັບ​ວິ​ທີ​ການ​ແກ້​ໄຂ​ໃນ​ໄລ​ຍະ​ທີ່​ຈະ​ມາ​ເຖິງ, ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ​ຫວຽດ​ນາມ ດິງ​ຕ້ຽນ​ຢຸງ ໃຫ້​ຮູ້​ວ່າ :

    “ ຍື່ນສະ​ເໜີ​ສະ​ພາ​ແຫ່ງ​ຊາດ​ຮັບ​ຮອງ​ເອົາ​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ງົບ​ປະ​ມານ​ແຫ່ງ​ລັດ, ກົດ​ໝາຍ​ຄຸ້ມ​ຄອງ​ໜີ້​ສາ​ທາ​ລະ​ນະ​ສະ​ບັບ​ປັບ​ປຸງ, ສືບ​ຕໍ່​ເລັ່ງ​ໃສ່​ຊຸກ​ຍູ້​ການ​ຜະ​ລິດ​ດຳ​ເນີນ​ທຸ​ລະ​ກິດ, ຕ້ານ​ການ​ຂາດ​ແຫຼ່ງ​ລາຍຮັບ, ຕ້ານ​ການ​ຄ້າ​ເຖື່ອນ, ຫຼຸດ​ຜ່ອນ​ໜີ້​ພາ​ສີ​ອາ​ກອນ​ຄຸມ​ເຄືອ​ແກ່​ຍາວ, ສ້າງ​ແຫຼ່ງ​ລາຍ​ຮັບ​ງົບ​ປະ​ມານ​ປົກ​ກະ​ຕິ ແລະ ໝັ້ນ​ຄົງ, ປະ​ຕິ​ບັດ​ການ​ປະ​ຢັດ​ດ້ານ​ລາຍ​ຈາຍ​ງົບ​ປະ​ມານຢ່າງ​ເຖິງ​ຖອງເພື່ອ​ສະ​ຫງວນ​ເງິນ​ໃຫ້​ແກ່​ການ​ລົງ​ທຶນ, ການ​ຊຳ​ລະ​ໜີ້​ສິນ….”

      ແລະ ກໍ​ໃນ​ວາ​ລະ​ປະ​ຊຸມ​ເມື່ອ​ຕອນ​ບ່າຍ​ວັນ​ທີ 30/10, ສ.ສ.ຊ ຫຼາຍ​ທ່ານ​ໄດ້​ສະ​ແດງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ກັບ​ຈຸດ​ໝາຍ​ເຕີບ​ໂຕ GDP 6,2%ໃນ​ປີ 2015 ຊຶ່ງ​ລັດ​ຖະ​ບານ​ຫວຽດ​ນາມ​ໄດ້​ວາງ​ອອກ. ພ້ອມ​ກັນ​ນັ້ນ, ສ.ສ.ຊ ຫຼາຍ​ທ່ານ​ຍັງ​ສະ​ເໜີ​ໃນ​ປີ 2015, ຄວນ​ເພີ່ມ​ເຕີມ​ກົນ​ໄກ​ໃຫ້​ຂົງ​ເຂດ​ກະ​ສີ​ກຳ, ຍູ້​ແຮງ​ການ​ສ້າງ​ໂຄງ​ປະ​ກອບ​ກະ​ສີ​ກຳ​ຄືນ​ໃໝ່, ດັດ​ປັບ​ນະ​ໂຍ​ບາຍ​ສິນ​ເຊືອ​ໃຫ້​ແກ່​ກະ​ສີ​ກຳ, ຊົນ​ນະ​ບົດ. ທ່ານ​ນາງ ມາຍ​ທິ​ແອ້ງ​ຕຽດ ສ.ສ.ຊ ແຂວງ ອານ​ຢາງ ສະ​ເໜີ້​ວ່າ :

   “ ລັດ​ຖະ​ບານ​ຈົ່ງ​ຍູ້​ໄວ ການ​ສ້າງ​ໂຄງ​ປະ​ກອບ​ກະ​ສີ​ກຳ​ຄືນ​ໃໝ່, ແກ້​ໄຂ​ນະ​ໂຍ​ບາຍ​ລະ​ດົມ, ພັດ​ທະ​ນາ​ກະ​ສີ​ກຳ​ເຕັກ​ໂນ​ໂລ​ຢີ​ສູງ ແລະ ຖື​ວ່າ ນີ້​ແມ່ນ​ທິດ​ບຸກ​ທະ​ລຸ​ເພື່ອ​ພັດ​ທະ​ນາ​ກະ​ສີ​ກຳ. ພ້ອມ​ກັນ​ນັ້ນ​ກໍ​ຍູ້​ໄວ​ຂອບ​ເຂດ​ການ​ຜະ​ລິດ​ຕາມ​ລະ​ບົບ​ຮ່ວມ​ສຳ​ພັນ​ມູນ​ຄ່າ​ຜະ​ລິດ​ຕະ​ພັນ​ຕິດ​ພັນ​ກັບ​ວິ​ສາ​ຫະ​ກ​ິດ ແລະ ວັດ​ຖຸ​ດິບ….” 

ຂ່າວ/ບົດ​ອື່ນ