ດ່ານັງ: ບຳລຸງພາສາອັງກິດ ໃຫ້ຕຳຫຼວດຈະລາຈອນຮັບໃຊ້ APEC

(VOVWORLD) -ວັນທີ 14 ສິງຫາ, ຢູ່ນະຄອນດ່ານັງ, ກົມຕຳຫຼວດຈະລາຈອນ - ກະຊວງຕຳຫຼວດ ສົມທົບກັບວິທະຍາຄານຕຳຫຼວດປະຊາຊົນ ເປີດຊຸດບຳລຸງພາສາອັງກິດສະເພາະຂະແໜງ ໃຫ້ກຳລັງຕຳຫຼວດຈະລາຈອນ, ສັນຕິບານນະຄອນດ່ານັງ
ດ່ານັງ: ບຳລຸງພາສາອັງກິດ ໃຫ້ຕຳຫຼວດຈະລາຈອນຮັບໃຊ້ APEC - ảnh 1 (ພາບປະກອບ:dantri.com.vn)

ເພື່ອຮັບໃຊ້ສັບປະດາສຸດຍອດ APEC 2017 ທີ່ຈະດຳເນີນຢູ່ນະຄອນດ່ານັງ ໃນເດືອນ ພະຈິກ ຈະມາເຖິງ. ເຂົ້າຮ່ວມຊຸດບຳລຸງແມ່ນພະນັກງານ, ນັກຮົບ, ຕຳຫຼວດຈະລາຈອນ, ສັນຕິບານນະຄອນດ່ານັງ ທີ່ມີໃບປະກາດພາສາອັງກິດລະດັບ B ຂຶ້ນໄປ. ບັນດາຄູສອນຄົນຕ່າງປະເທດຈະສອນໂດຍກົງກ່ຽວກັບທັກສະໃນການພົວພັນແລກປ່ຽນດ້ວຍພາສາອັງກິດ. ຜ່ານນັ້ນ, ຊ່ວຍໃຫ້ກຳລັງຕຳຫຼວດຈະລາຈອນທີ່ປະຕິບັດພາລະຕາມທ້ອງຖະໜົນ ສາມາດແກ້ໄຂສະຖານະການຕ່າງໆກັບຊາວຕ່າງຊາດໄດ້, ພິເສດແມ່ນເພ່ືອຮັບໃຊ້ສັບປະດາສຸດຍອດ APEC ທີ່ຈະດຳເນີນຢູ່ນະຄອນດ່ານັງ ໃນເດືອນ  ພະຈິກ ທີ່ຈະມາເຖິງ. ທ່ານພັນເອກ ເລຫງອກ, ຫົວໜ້າພະແນກຈະລາຈອນ, ສັນຕິບານນະຄອນດ່ານັງ, ໃຫ້ຮູ້ວ່າ:

        “ໃນສັບປະດາສຸດຍອດ APEC ຢູ່ນະຄອນດ່ານັງ, ຊາວຕ່າງປະເທດ, ແຂກຕ່າງປະເທດເດີນທາງມາຢ່າງຫຼວງຫຼາຍ, ຮຽກຮ້ອງໃຫ້ກຳລັງຕຳຫຼວດຈະລາຈອນຕ້ອງຮູ້ພາສາອັງກິດ ເພື່ອສົນທະນາໃນກໍລະນີຈຳເປັນ. ນອກຈາກການບຳລຸງພາສາອັງກິດ, ປະຈຸບັນກົມຕຳຫຼວດຈະລາຈອນພວມຈັດຕັ້ງໃຫ້ຕຳຫຼວດຈະລາຈອນບັນດາແຂວງ, ນະຄອນ, ຈຸດສຸມແມ່ນຕຳຫຼວດຈະລາຈອນດ່ານັງ  ກ່ຽວກັບຄວາມຮູ້ ແລະ ທັກສະບັນຊາລົດໂອໂຕ ແລະ ໂມໂຕ ເພື່ອນຳພາຄະນະຮັບໃຊ້ສັບປະດາສຸດຍອດ APEC”.

ຕອບກັບ

ຂ່າວ/ບົດ​ອື່ນ