ດາວທຽມ Micro Dragon ຂອງ ຫວຽດນາມ ໄດ້ຍິງຂຶ້ນສູ່ວົງໂຄຈອນ

(VOVWORLD) - ເວລາ 9 ໂມງ 50 ນາທີ, ວັນທີ 18 ມັງກອນ (ຕາມເວລາ ຍີ່ປຸ່ນ), ອົງການຄົ້ນຄວ້າ ແລະ ພັດທະນາການບິນຍານອາວະກາດ ຍີ່ປຸ່ນ (JAXA) ໄດ້ຍິງດາວທຽມ Micro Dragon ຂອງ ຫວຽດນາມ ຂຶ້ນສູ່ວົງໂຄຈອນ. 
ດາວທຽມ Micro Dragon ຂອງ ຫວຽດນາມ ໄດ້ຍິງຂຶ້ນສູ່ວົງໂຄຈອນ - ảnh 1 (ພາບປະກອບ)

ການຍິງດາວທຽມດັ່ງກ່າວ ໄດ້ດຳເນີນຢູ່ສູນຍານອາວະກາດ Uchinoura, ຫ່າງຈາກນະຄອນຫລວງ ໂຕກຽວ ກ່ວາ 1000 ກິໂລແມັດ. ລູກສອນໄຟ Epsilon ໄດ້ນຳສົ່ງດາວທຽມ 7 ໜ່ວຍຂຶ້ນສູ່ອາວະກາດ, ໃນນັ້ນມີ 6 ໜ່ວຍແມ່ນຂອງ ຍີ່ປຸ່ນ ແລະ ດາວທຽມ Micro Dragon ຂອງ ຫວຽດນາມ.

        ດາວທຽມ Micro Dragon ແມ່ນຜະລິດຕະພັນໂດຍ ຫວຽດນາມ ປະຕິບັດໃນຂອບເຂດໂຄງການສູນອາວະກາດ ຫວຽດນາມ, ດາວທຽມ Micro Dragon ມີນ້ຳໜັກປະມານ 50 ກິໂລກຼາມ.

ຕອບກັບ

ຂ່າວ/ບົດ​ອື່ນ