ດ່າໜັງກະກຽມໃຫ້ສັບປະດາຂັ້ນສູງ APEC 2017 ຢ່າງລອບຄອບຖີ່ຖ້ວນ

(VOVWORLD) - ນະຄອນ ດ່າໜັງ ຫາກໍ່ປຸກລະດົມບັ້ນຂົນຂວາຍ “ຄວາມຍິ້ມແຍມແຈ່ມໃສ ດ່າໜັງ” ເພື່ອແນໃສ່ຂົນຂວາຍປະຊາຊົນປະຕິບັດວິຖີຊີວິດສີວິໄລຕົວເມືອງ ເພື່ອໃຫ້ປະຊາຊົນແຕ່ລະຄົນເປັນ “ທູດວັດທະນະທຳ”, ສ້າງຄວາມປະທັບໃຈອັນດີງາມ ໃຫ້ບັນດາຜູ້ແທນເມື່ອເຂົ້າຮ່ວມສັບປະດາຂັ້ນສູງ APEC 2017 ຢູ່ ດ່າໜັງ.
ດ່າໜັງກະກຽມໃຫ້ສັບປະດາຂັ້ນສູງ APEC 2017 ຢ່າງລອບຄອບຖີ່ຖ້ວນ - ảnh 1 ນະຄອນ ດ່າໜັງ

ວຽກງານກະກຽມໃຫ້ສັບປະດາຂັ້ນສູງ APEC 2017 ດຳ ເນີນຢູ່ ດ່າໜັງ ແຕ່ວັນທີ 6 – 11 ພະຈິກ ປິ 2017 ຊື່ງອຳນາດການປົກຄອງນະຄອນ ດ່າໜັງ ເອົາໃຈໃສ່ເປັນພິເສດປະຕິບັດ. ບັນດາກິດຈະກຳປັບປຸງ, ປະດັບປະດາບາງເສັ້ນທາງຮັບໃຊ້ APEC 2017 ໄດ້ຮັບການປະຕິບັດ. ບັນດາກິດຈະກຳຮັບໃຊ້ສັບປະດາຂັ້ນສູງ APEC 2017 ຄື: ສູນປະຊຸມ ແລະ ວາງສະແດງສາກົນ Ariyana, ໂຮງແຮມ Sheraton, ສວນສາທາລະນະAPEC, ບັນດາກິດຈະກຳຢູ່ສະໜາມບິນສາກົນ ດ່າໜັງ…ລ້ວນແຕ່ໄດ້ຮັບການປະຕິບັດຮັບປະກັນຄວາມຄືບໜ້າ. ພ້ອມກັນນັ້ນ, ນະຄອນ ດ່າໜັງ ພວມຕັ້ງໜ້າລົງທຶນ, ຍົກລະດັບພື້ນຖານວັດຖຸ, ໂຄງລ່າງຄົມມະນາຄົມ, ສື່ສານ ເພື່ອກະກຽມໃຫ້ສັບປະດາຂັ້ນສູງ APEC 2017.

ຕອບກັບ

ຂ່າວ/ບົດ​ອື່ນ