ຕີລາຄາລະດັບຄວາມພ້ອມກ່ຽວກັບລັດຖະບານດີຈີຕອນ ແລະ ຂໍ້ມູນເປີດຢູ່ ຫວຽດນາມ

(VOVWORLD) - ຕອນບ່າຍວັນທີ 17 ມັງກອນ, ຫ້ອງວ່າການລັດຖະບານ ຫວຽດນາມ ໄດ້ສົມທົບກັບທະນາຄານໂລກ ແລະ ອົງການຈັດຕັ້ງຂໍ້ລິເລີ່ມ ຫວຽດນາມ ຈັດຕັ້ງກອງປະຊຸມສຳມະນາແບ່ງປັນໝາກຜົນການຕີລາຄາລະດັບຄວາມພ້ອມກ່ຽວກັບລັດຖະບານດີຈີຕອນ ແລະ ຂໍ້ມູນເປີດ (ຕີລາຄາ ODDG).
ຕີລາຄາລະດັບຄວາມພ້ອມກ່ຽວກັບລັດຖະບານດີຈີຕອນ ແລະ ຂໍ້ມູນເປີດຢູ່ ຫວຽດນາມ - ảnh 1 ທີ່ກອງປະຊຸມສຳມະນາ (ພາບ: chinhphu.vn)

ການຕີລາຄານີ້ ນອນໃນຂອບເຂດໜູນຊ່ວຍດ້ານເຕັກນິກຂອງທະນາຄານໂລກໃຫ້ລັດຖະບານ ຫວຽດນາມ ເພື່ອຊຸກຍູ້ວິວັດທະນາການລັດຖະບານເອເລັກໂຕນິກຢູ່ ຫວຽດນາມ ຢ່າງມີປະສິດທິຜົນ ແລະ ແທດຈິງ.

        ທ່ານລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ ຫວຽດນາມ ມາຍຕ໊ຽນຢຸງ ໃຫ້ຮູ້ວ່າ: ວິວັດການປະຕິບັດການປະຕິຮູບດ້ານບໍລິຫານ, ຈຸດສຸມແມ່ນການປະຕິຮູບລະບຽບການບໍລິຫານກໍ່ຄືການໝູນໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ, ສ້າງລັດຖະບານເອເລັກໂຕນິກຢູ່ ຫວຽດນາມ ໄດ້ດຳເນີນມາແຕ່ຊຸມປີ 90 ຂອງສະຕະວັດແລ້ວນີ້ ແລະ ບັນລຸໄດ້ບັນດາຜົນສຳເລັດໃດໜຶ່ງ.

        ຕາມທ່ານ Achim Fock, ຜູ້ອຳນວຍການປະສານງານການເຄື່ອນໄຫວໂຄງການຢູ່ ຫວຽດນາມ, ທະນາຄານໂລກ ໃຫ້ຮູ້ວ່າ: ການພັດທະນາລັດຖະບານດີຈີຕອນໄດ້ສວມບົດບາດສຳຄັນສຳລັບການພັດທະນາຂອງ ຫວຽດນາມ, ຊ່ວຍແກ້ໄຂບັນດາບັນຫາທີ່ກ່ຽວຂ້ອງເຖິງການປະຕິວັດ 4.0, ລວມມີບັນດາສິ່ງທ້າທາຍ ແລະ ກາລະໂອກາດ.

ຕອບກັບ

ຂ່າວ/ບົດ​ອື່ນ