ຕວກກີ, UAE ຄັດຄ້ານຂໍ້ຕົກລົງຂອງປະທານາທິບໍດີ ອາເມລິກາ ຖື Jerusalem ເປັນນະຄອນຫລວງຂອງ ອິດສະລາແອັນ

(VOVWORLD) - ການນຳບັນດາປະເທດສືບຕໍ່ສະແດງຄວາມຄັດຄ້ານຕໍ່ຂໍ້ຕົກລົງຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ຖະແຫຼງຖືນະຄອນ Jerusalem ເປັນນະຄອນຫລວງຂອງ ອິດສະລາແອັນ.
ຕວກກີ, UAE ຄັດຄ້ານຂໍ້ຕົກລົງຂອງປະທານາທິບໍດີ ອາເມລິກາ ຖື Jerusalem ເປັນນະຄອນຫລວງຂອງ ອິດສະລາແອັນ - ảnh 1 ທ່ານປະທານາທິບໍດີ ຕວກກີ Tayyip Erdogan (ພາບ THX/TTXVN)

ວັນທີ 10 ທັນວາ, ທ່ານປະທານາທິບໍດີ ຕວກກີ Tayyip Erdogan ຖະແຫຼງວ່າ ຈະນຳໃຊ້ທຸກພາຫະນະ ເພື່ອຕ້ານຄືນຂໍ້ຕົກລົງຂອງ ອາເມລິກາ; ພ້ອມທັງຖືວ່າ ອິດສະລາແອັນ ແມ່ນປະເທດກໍ່ການຮ້າຍ. ທ່ານປະທານາທິບໍດີ ຕວກກີ Tayyip Erdogan ຮຽກຮ້ອງຈັດຕັ້ງກອງປະຊຸມດ່ວນຂອງ OIC ຄາດວ່າຈະດຳເນີນໃນວັນທີ 13 ທັນວາ ຈະມາເຖິງ ເພື່ອແນໃສ່ພິຈາລະນາປະຕິກິລິຍາລວມຕໍ່ຖະແຫຼງການຂອງ ອາເມລິກາ.

        ຮຽກຮ້ອງທ່ານປະທານາທິບໍດີ ອາເມລິກາ ພິຈາລະນາຄືນໃໝ່ຂໍ້ຕົກລົງກ່ຽວກັບ Jerusalem, ອົງມົງກຸດລາຊະກຸມມານ ສະຫະລັດ ອາຣັບ ເອມີເຣັດ (UAE), ຮອງຜູ້ບັນຊາການສູງສຸດບັນດາກຳລັງປະກອບອາວຸດ UAE ທ່ານ Mohammed bin Zayed Al Nahyan ເນັ້ນໜັກວ່າ ຂໍ້ຕົກລົງພຽງລຳພັງຝ່າຍດຽວຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ລະເມີດມະຕິສະຫະປະຊາຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ