ຕວກກີກ່າວເຕືອນບັນດາມາດຕະການລົງໂທດດ້ານການຄ້າຂອງລັດເຊຍຈະຜົນສະທ້ອນເຖິງຊາວກະສິກອນລັດເຊຍ

ຕວກກີກ່າວເຕືອນບັນດາມາດຕະການລົງໂທດດ້ານການຄ້າຂອງລັດເຊຍຈະຜົນສະທ້ອນເຖິງຊາວກະສິກອນລັດເຊຍ - ảnh 1
ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ V.Putin ແລະ​ຄູ່​ຕຳ​ແຫນ່ງ ຕວກ​ກີ
ທ່ານ Recep Tayyip Erdogan
ພາບ:vnexpress.net

 (vovworld)-  ​ ​ວັນ​ທີ 27/11, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ກະ​ສິ​ກຳ ຕວກ​ກີ, Faruk Celik ຖື​ວ່າ: ບໍ່​ວ່າ​ຄຳ​ສັ່ງ​ລົງ​ໂທດ​ດ້ານ​ຄ້າ​ໃດ​ຊື່ງ​ລັດ​ເຊຍ ຈັດ​ວາງ​ຕໍ່​ປະ​ເທດນີ້ ພາຍ​ຫລັງ​ເຫດ​ເຮືອ​ບິນ Su 24 ຂອງ​ລັດ​ເຊຍ ຖືກ​ຕວກ​ກີ ຍິງ​ຕົກ ຈະ​ຜົນ​ສະ​ທ້ອນ​ເຖິງ​ຊາວ​ກະ​ສິ​ກອນ ລັດ​ເຊຍ​ຫລາຍກວ່າ ຊາວ​ກະ​ສິ​ກອນ​ຕວກ​ກີ. ກ່າວ​ຄຳ​ເຫັນ​ທີ່​ການ​ປະ​ຊຸມ​ຂ່າວ​ຢູ່ ນະ​ຄອນ​ຫລວງ Ankara, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ກະ​ສິ​ກຳ ຕວກ​ກີ, Faruk Celik ຢືນ​ຢັນ: ລັດ​ເຊຍ ແລະ ຕວກ​ກີ ບໍ່​ຄວນ​ຮ້ອນ​ຮົນ ພ້ອມ​ກັນ​ແກ້​ໄຂ​ບັນ​ຫາ​ປະ​ຈຸ​ບັນ ແລະ ຍັງ​ມີ​ຫລາຍ​ມາດ​ຕະ​ການ​ເພື່ອ​ຮັກ​ສາ​ຜົນ​ປະ​ໂຫຍດ​ລວມ​ຂອງ​ສອງ​ປະ​ເທດ. ກ່ອນ​ຫນ້ານັ້ນ ລັດ​ເຊຍ ນາບ​ຂູ່​ຈະ​ຈັດ​ວາງ​ບັນ​ດາ​ມາດ​ຕະ​ການ​ລົງ​ໂທດ​ດ້ານ​ເສດ​ຖະ​ກິດ ຕວກ​ກີ. ໃນ​ວັນ​ດຽວ​ກັນ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ລັດ​ເຊຍ Sergei Lavrov ປະ​ກາດ​ວ່າ ລັດ​ເຊຍ ຕັດ​ສິນ ຈະຢຸດ​ຕິ​ການ​ອອກວິ​ຊາ​ໃຫ້​ແກ່ພົນ​ລະ​ເມືອງ​ໃຫ້​ພົນ​ລະ​ເມືອງ ຕວກ​ກີ. ຂໍ້​ຕົກ​ລົງ​ນີ້​ຈະ​ມີ​ຜົນ​ສັກ​ສິດ​ຢ່າງ​ເປັນ​ທາງ​ການ​ນັບ​ແຕ່​ເດືອນ 1/2016 ເປັນ​ຕົ້ນ​ໄປ.

 

 

ຂ່າວ/ບົດ​ອື່ນ