ຕວກກີຖືວ່ານັກຂ່າວ Khashoggi ຖືກສັງຫານແມ່ນຢູ່ໃນ “ແຜນການອັນໂຫດຮ້າຍ”

(VOVWORLD) -ວັນທີ 22 ຕຸລາ, ທ່ານ Omer Celik, ໂຄສົກຂອງພັກຍຸດຕິທຳ ແລະ ພັດທະນາ (AK) ກຳອຳນາດຂອງຕວກກີ ຖືວ່າ, ເລື່ອງເສຍຊີວິດທີ່ກໍ່ໃຫ້ເກີດການໂຕ້ຖຽງກັນຂອງນັກຂ່າວ ຊະອຸດີ ອາຣາເບຍ Jamal Khashoggi ແມ່ນເຫດສັງຫານທີ່ສັບສົນ ແລະ ໄດ້ “ສ້າງແຜນການຢ່າງໂຫດຮ້າຍ”.

ຕວກກີຖືວ່ານັກຂ່າວ Khashoggi ຖືກສັງຫານແມ່ນຢູ່ໃນ “ແຜນການອັນໂຫດຮ້າຍ” - ảnh 1 ຕວກກີຖືວ່ານັກຂ່າວ Khashoggi ຖືກສັງຫານແມ່ນຢູ່ໃນ “ແຜນການອັນໂຫດຮ້າຍ”

(ພາບ: AFP/TTXVN)

ກ່າວຄຳເຫັນຕໍ່ວົງການນັກຂ່າວຢູ່ອານກາຣາ, ທ່ານ Celik ເນັ້ນໜັກວ່າ “ຂາດຄຸນສົມບັດ” ເມື່ອມີການກ່າວຫາວ່າ ຕວກກີ ແລະ ຊະອຸດີ ອາຣາເບຍ ດຳເນີນການເຈລະຈາຄືດັ່ງສ່ວນໜຶ່ງໃນການສືບສວນກ່ຽວກັບການເສຍຊີວິດຂອງນັກຂ່າວ Khashoggi, ພ້ອມທັງເວົ້າວ່າ, ອານກາຣາ ມີຄວາມຮັບຜິດຊອບໃນການຊອກຫາມູນຄວາມຈິງຂອງເຫດການນີ້.

        ແລະກໍ່ໃນວັນດຽວກັນ, ທີ່ປຶກສາຂອງປະທານາທິບໍດີຕວກກີ ທ່ານໜຶ່ງ ໄດ້ປະຕິເສດຄຳຢືນຢັນຂອງ Riyadh ທີ່ວ່າ, ນັກຂ່າວ Khashoggi ຖືກເສຍຊີວິດຍ້ອນເຫດວິວາດຕີກັນ ແລະ ຖືວ່າຄຳອະທິບາຍນີ້ແມ່ນ “ຖືເບົາ” ຫາງສຽງຂອງໂລກ, ໃນສະພາບຄວາມລະແວງສົງໄສຂອງຝ່າຍຕາເວັນຕົກກ່ຽວກັບບັນດາຄຳອະທິບາຍທີ່ແຕກຕ່າງກັນຂອງຊະອຸດີ ອາຣາເບຍ ເຊິ່ງກ່ຽວຂ້ອງເຖິງການເສຍຊີສິດຂອງນັກຂ່າວ Khashoggi ນັບມື້ນັບເລິກເຊິ່ງ.

        ໃນປະຕິກິລິຍາຫຼ້າສຸດ, ວັນທີ 22 ຕຸລາ, ທ່ານລັດຖະມົນຕີການຕ່າງປະເທດຝລັ່ງ Jean Yves Le Drian ຖືວ່າ, ຄວນສືບສວນເພື່ອເຮັດແຈ້ງກ່ຽວກັບການເສຍຊີວິດຂອງນັກຂ່າວ Khashoggi. ສ່ວນເຢຍລະມັນ ກ່ອນໜ້ານັ້ນໄດ້ຖະແຫຼງວ່າ ຢາກຢຸດຕິການສົ່ງອອກອາວຸດໄປຍັງ ຊະອຸດີ ອາຣາເບຍ.

ຕອບກັບ

ຂ່າວ/ບົດ​ອື່ນ