ຕ້ອງອັບແດດການຜັນແປຂອງດິນຟ້າອາກາດເພື່ອເປັນເຈົ້າການມີບັນດາມາດຕະການຮັບມືຢ່າງທັນການ

ຕ້ອງອັບແດດການຜັນແປຂອງດິນຟ້າອາກາດເພື່ອເປັນເຈົ້າການມີບັນດາມາດຕະການຮັບມືຢ່າງທັນການ - ảnh 1
ທ່ານເວືອງດິ່ງເຫ້ວ ກ່າວຄຳເຫັນທ່ີກອງປະຊຸມ

(vovworld) – ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ “ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ຄຸ້ມ​ຄອງ​ສັງລວມ​ຊັບ​ພະ​ຍາກ​ອນນຳ້​ຢູ່​ເຂດ​ທົ່ງພຽງ​ແມ່​ນຳ້ຂອງ” ຖືກ​ຈັດ​ຂຶ້ນ​ໃນ​ວັນ​ທີ 26/9, ຢູ່​ແຂວງ ກາ​ເມົາ, ທ່ານ​ຮອງ​ນາຍົກລັດຖະມົນຕີ ​ເວື​ອງດິ່ງ​ເຫ້ວ ​ເນ​ັ້ນໜັກ​ວ່າ ການ​ປ່ຽນ​​ແປງ​ຂອງ​ດິນຟ້າ​ອາກາດ​ໄດ້​ວາງ​ອອກ​ຄວາມ​ຫຍຸ້ງຍາກ​ ​ແລະ ສິ່ງ​ທ້າ​ທາຍຫຼາຍ​ຢ່າງ, ສົ່ງ​ຜົນ​ສະທ້ອນ​ເຖິງ​ການ​ພັດທະນາ​ເສດຖະກິດ - ສັງຄົມ, ການຜະລິດ, ສິ່ງ​ແວດ​ລ້ອມ, ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ. ດ່ັງ​ນັ້ນ, ທຸກ​ຂັ້ນ, ທຸ​ກຂະ​ແໜງ​ການ, ທ້ອງ​ຖິ່ນ ​ແລະ ປະຊາຊົນ​ບໍ່​ໄດ້ອັດຕະວິ​ໄສ, ຫາກ​ຕ້ອງ​ມານະ​ພະຍາຍາມ​ຊອກ​ຫາ​ຮູບ​ແບບ​ໃໝ່​ເພື່ອ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ. ທ່ານ​ຮອງ​ນາຍົກລັດຖະມົນຕີ ກໍ່​ຮຽກຮ້ອງ​ໃຫ້​ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ​ຢູ່​ເຂດ​ທົ່ງພຽງ​ແມ່​ນຳ້ຂອງ ສືບ​ຕໍ່​ຄົ້ນ​ຄ້ວາ, ອັບ​ແດດ​ການ​ຜັນ​ແປ​ຂອງ​ດິນ​ຟ້າ​ອາກາດ​ເພື່ອ​ມີ​ມາດ​ຕະການ​ຮັບ​ມື​ບັນລຸ​ປະສິດທິ​ຜົນ, ປັບປຸງ​ບັນດາ​​ແຜນພັດທະນາ​ເສດຖະກິດ - ສັງຄົມ​ຕິດ​ພັນ​ກັບການ​ສ້າງ​ໂຄງ​ປະກອບ​ພື້ນຖານ​ກະສິກຳ, ບັນດາ​ໂຄງການ​ໃຫ້​ແກ່​ເຂ​ດທົ່ງພຽງ​ແມ່​ນຳ້​ຂອງ​ເພື່ອ​ມຸ່ງ​ໄປ​ເຖິງ​ການພັດທະນາ​ແບບ​ຍືນ​ຍົງ. ບັນດາ​ທ້ອງ​ຖິ່ນ​ຕ້ອງ​ມີ​ມາດ​ຕະການ​ຮັບ​ມື, ​ເພີ່ມ​ທະວີ​ການ​ສົມທົບ, ນຳ​ເອົາ​ວິທີ​ການ​ຮັບ​ມື ​ແລະ ຫລຸດຜ່ອນ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ເຂົ້າ​ບັນດາ​ແຜນກຳນົດ, ​ແຜນການ​ພັດທະນາ​ຂອງ​ທ້ອງ​ຖິ່ນ​, ພິ​ເສດ​ແມ່ນ​ແຜນ​ສັງ​ລວມຂອງ​ເຂດ​ທົ່ງພຽງ​ແມ່​ນຳ້ຂອງ.


ຂ່າວ/ບົດ​ອື່ນ