ຕ້ອນຮັບແຂກທ່ອງທ່ຽວສາກົນຜູ້ທີ 15 ລ້ານ ມາທ່ຽວຢູ່ຫວຽດນາມໃນປີີ 2018

(VOVWORLD) -  ເຫດການ ແຂກທ່ອງທ່ຽວສາກົນຜູ້ທີ 15 ລ້ານ ທີ່ມາທ່ຽວຫວຽດນາມ ໄດ້ສ້າງຂີດໝາຍສໍາຄັນ, ເປັນການຢັ້ງຢືນວ່າ ຫວຽດນາມ ນັບມື້ນັບກາຍເປັນສະຖານທີ່ທ່ອງທ່ຽວ ທີ່ມີຄວາມປອດໄພ, ເປັນມິດກັບສິ່ງແວດລ້ອມ ແລະ ຈັບອົກຈັບໃຈຢູ່ພາກພື້ນ ອາຊີ-ປາຊີຟິກ.

        ຕອນເຊົ້າວັນທີ 19 ທັນວາ, ຢູ່ທ່າກໍ່າປັ່ນທ່ອງທ່ຽວສາກົນ ຫະລອງ, ກະຊວງວັດທະນະທໍາ, ກິລາ ແລະ ທ່ອງທ່ຽວຫວຽດນາມ ໄດ້ສົມທົບກັບຄະນະກໍາມະການປະຊາຊົນແຂວງກວ໋າງນິງ ຈັດຕັ້ງພິທີ ຕ້ອນຮັບແຂກທ່ອງທ່ຽວສາກົນຜູ້ທີ 15 ລ້ານ ມາທ່ຽວຢູ່ຫວຽດນາມໃນປີີ 2018. ທ່ານ ຫງວຽນງອັກທ້ຽນ ລັດຖະມົນຕີ ກະຊວງວັດທະນະທໍາ, ກິລາ ແລະ ທ່ອງທ່ຽວຫວຽດນາມ ພ້ອມດ້ວຍການນໍາແຂວງກວ໋າງນິງ ໄດ້ມອບຊໍ່ດອກໄມ້, ຂອງຂວັນທີ່ລະນຶກ ໃຫ້ແຂກທ່ອງທ່ຽວຜູ້ທີ 15 ລ້ານ.

ຕ້ອນຮັບແຂກທ່ອງທ່ຽວສາກົນຜູ້ທີ 15 ລ້ານ ມາທ່ຽວຢູ່ຫວຽດນາມໃນປີີ 2018 - ảnh 1 ທ່ານ James Kopenec ແຂກທ່ອງທ່ຽວສາກົນຜູ້ທີ 15 ລ້ານ ທີ່ມາທ່ຽວຫວຽດນາມ (ພາບ: vov)

        ແຂກທ່ອງທ່ຽວສາກົນຜູ້ທີ 15 ລ້ານ ທີ່ມາທ່ຽວຫວຽດນາມ ແມ່ນ ທ່ານ James Kopenec ສັນຊາດ ອາເມລິກາ ມາທ່ຽວຫວຽດນາມ ຜ່ານທາງທະເລ ແລະ ເຂົ້າທຽບທ່າກໍ່າປັ່ນທ່ອງທ່ຽວສາກົນ ຫະລອງ (ກວ໋າງນິງ) ໃນຕອນທ່ຽງວັນທີ 19 ທັນວາ ໃນຖ້ຽວກໍ່າປັ່ນຂອງບໍລິສັດ Royal Caribean.

        ເຫດການ ແຂກທ່ອງທ່ຽວສາກົນຜູ້ທີ 15 ລ້ານ ທີ່ມາທ່ຽວຫວຽດນາມ ໄດ້ສ້າງຂີດໝາຍສໍາຄັນ, ເປັນການຢັ້ງຢືນວ່າ ຫວຽດນາມ ນັບມື້ນັບກາຍເປັນສະຖານທີ່ທ່ອງທ່ຽວ ທີ່ມີຄວາມປອດໄພ, ເປັນມິດກັບສິ່ງແວດລ້ອມ ແລະ ຈັບອົກຈັບໃຈຢູ່ພາກພື້ນ ອາຊີ-ປາຊີຟິກ.


 

ຕອບກັບ

ຂ່າວ/ບົດ​ອື່ນ