ຕອບບຸນແທນຄຸນບັນດານັກຮົບວິລະຊົນຫວຽດນາມທີ່ເສຍສະຫຼະຊີວິດຢູ່ປະເທດກຳປູເຈຍ

(VOVWORLD) -ໃນລະຫວ່າງວັນທີ 21 – 27 ມີນາ, ການສູນສຶກສາມູນເຊື້ອ ແລະ ປະຫວັດສາດ (ສະມາຄົມວິທະຍາສາດຈິດຕະສຶກສາ ຫວຽດນາມ) ໄດ້ຈັດລາຍການໄປຕອບບຸນແທນຄຸນບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດຢູ່ແຂວງ ໄຕນິງ ແລະ ຢ້ຽມຢາມລາຊະອານາຈັກ ກຳປູເຈຍ.

ຕອບບຸນແທນຄຸນບັນດານັກຮົບວິລະຊົນຫວຽດນາມທີ່ເສຍສະຫຼະຊີວິດຢູ່ປະເທດກຳປູເຈຍ - ảnh 1 ຄະນະຜູ້ແທນຢ້ຽມຢາມ, ພົບປະແລກປ່ຽນຢູ່ສະຖານທູດຫວຽດນາມ ປະຈຳກຳປູເຈຍ

(ພາບ: TTXVN)

ເນື່ອງໃນໂອກາດສະເຫຼີມສະຫຼອງ 40 ປີແຫ່ງວັນໄຊຊະນະໃນການຕໍ່ສູ້ປົກປັກຮັກສາປະເທດຊາດ ຢູ່ເຂດຊາຍແດນທາງທິດຕາເວັນຕົກສ່ຽງໃຕ້ ແລະ ຊ່ວຍເຫຼືອປະຊາຊົນກຳປູເຈຍ ໂຄ່ນລົ້ມລະບອບດັບສູນເຊື້ອຊາດ ຂະແມແດງ, ໃນລະຫວ່າງວັນທີ 21 – 27 ມີນາ, ການສູນສຶກສາມູນເຊື້ອ ແລະ ປະຫວັດສາດ (ສະມາຄົມວິທະຍາສາດຈິດຕະສຶກສາ ຫວຽດນາມ) ໄດ້ຈັດລາຍການໄປຕອບບຸນແທນຄຸນບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດຢູ່ແຂວງ ໄຕນິງ ແລະ ຢ້ຽມຢາມລາຊະອານາຈັກ ກຳປູເຈຍ.

        ຢູ່ນະຄອນຫຼວງພະນົມເປັນ, ໃນຂອບເຂດການຢ້ຽມຢາມ, ຕອນບ່າຍວັນທີ 24 ມີນາ, ຄະນະຜູ້ແທນລວມມີ 90 ຄົນເຊິ່ງແມ່ນບັນດາອະດີດທະຫານອາສາສະໝັກ, ນັກຊ່ຽວຊານດ້ານການທະຫານຫວຽດນາມ ທີ່ໄດ້ຊ່ວຍເຫຼືອການປະຕິວັດກຳປູເຈຍ ພ້ອມກັບຍາດຕິພີ່ນ້ອງນັກຮົບເສຍສະຫຼະຊີວິດ ແລະ ຜູ້ມີຄຸນງາມຄວາມດີຂອງ 7 ແຂວງ, ນະຄອນ ໄດ້ຈັດການໄປຢ້ຽມຢາມ, ພົບປະແລກປ່ຽນຢູ່ສະຖານທູດຫວຽດນາມ ປະຈຳກຳປູເຈຍ.

        ແລະກໍ່ໃນຕອນບ່າຍວັນທີ 24 ມີນາ, ຄະນະຜູ້ແທນພ້ອມກັບສະຖານທູດຫວຽດນາມ ແລະ ສະມາຄົມຂະແມ - ຫວຽດນາມ ໄດ້ໄປອະນຸສາວະລີມິດຕະພາບຫວຽດນາມ - ກຳປູເຈຍ ເພື່ອຖະຫວາຍທູບທຽນອາໄລຫາບັນດານັກຮົບວິລະຊົນເສຍສະຫຼະຊີວິດ, ຢ້ຽມຢາມເຂດ ອັງກໍວັດ ແລະ ອັງກໍທອມ ຢູ່ແຂວງ ຊຽມຣຽບ.

ຕອບກັບ

ຂ່າວ/ບົດ​ອື່ນ