ຕະຫຼາດເທິງໜ້ານ້ຳ ກ໋າຍຣັງ ຟົດຟື້ນມ່ວນຊື່ນຊຸມວັນໃກ້ບຸນເຕັດ

(VOVWORLD) - ນີ້ແມ່ນຕະຫຼາດຂາຍຍົກສຳລັບບັນດາປະເພດໝາກໄມ້, ຜະລິດຕະພັນກະເສດຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ.

ຕະຫຼາດເທິງໜ້ານ້ຳ ກ໋າຍຣັງ ຟົດຟື້ນມ່ວນຊື່ນຊຸມວັນໃກ້ບຸນເຕັດ - ảnh 1 ຕະຫຼາດເທິງໜ້ານ້ຳ ກ໋າຍຣັງ

(ພາບ: Tấn Phong/VOV)

ໃນມື້ທຳມະດາ, ຕະຫຼາດເທິງໜ້ານ້ຳ ກາຍຣັງ ກໍ່ຟົດຟື້ນມ່ວນຊື່ນ, ແຕ່ຊຸມວັນໃກ້ຈະຮອດບຸນເຕັດຢູ່ທີ່ນີ້ຍິ່ງຟົດຟື້ນມ່ວນຊື່ນຂຶ້ນຕື່ມ. ຕະຫຼາດເທິງໜ້ານ້ຳ ກ໋າຍຣັງ ຖືກຕັ້ງບົນລຳແມ່ນ້ຳ ກ໋າຍຣັງ, ຫ່າງຈາກໃຈກາງນະຄອນ ເກີນເທີ ດ້ວຍທາງບົກປະມານ 6 ກມ ແລະ ຂີ່ກ່ຳປັ່ນຈາກທ່າກ່ຳປັ່ນ ນີງກ່ຽວ ຕາມ ແມ່ນ້ຳ ເກີນເທີ ຕ້ອງເສຍເວລາ 30 ນາທີ. ນີ້ແມ່ນຕະຫຼາດຂາຍຍົກສຳລັບບັນດາປະເພດໝາກໄມ້, ຜະລິດຕະພັນກະເສດຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ. ຈາກນີ້, ສິນຄ້າສືບຕໍ່ໄດ້ຂົນສົ່ງເຖິງບັນດາຕະຫຼາດຢູ່ແຂວງຕ່າງໆໃນເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ. ປ້າ ເຈີ່ນທິຟຸກຢ້ຽມ, ແມ່ຄ້າທຳມາຄ້າຂາຍຢູ່ຕະຫຼາດບົນໜ້ານ້ຳ ກ໋າຍຣັງ, ໃຫ້ຮູ້ວ່າ:

        “ຕະຫຼາດຍາມບຸນເຕັດຄັບຄາໜາແໜ້ນ, ຜູ້ຊື້ - ຄົນຂາຍຢ່າງຄຶກຄື້ນທີ່ສຸດ. ມື້ທຳມະດາ ຂ້າພະເຈົ້າໄດ້ຂາຍ ໝາກສີດາ, ໝາກກ້ຽງ, ມັນຕົ້ນ…ໃຫ້ປະຊາຊົນ. ມື້ໃກ້ບຸນເຕັດຂ້າພະເຈົ້າໄດ້ຂາຍ ໝາກກ້ຽງໃຫຍ່, ໝາກກ້ຽງ, ໝາກໂມ. ຂ້າພະເຈົ້າຂົນສົ່ງສິນຄ້າເຖິງແຂວງ ກຽນຢາງ”

ຕອບກັບ

ຂ່າວ/ບົດ​ອື່ນ