ຖະແຫຼງການຮ່ວມ ຫວຽດນາມ - ຈີນ

(VOVWORLD) -  ສອງຝ່າຍເຫັນດີຖືວ່າ ການຢ້ຽມຢາມທາງລັດຖະກິດ ຫວຽດນາມ ຂອງ ທ່ານເລຂາທິການໃຫຍ່, ປະທານປະເທດ ສປ ຈີນ ສີຈີ້ນຜິງ ປະສົມຜົນສຳເລັດຢ່າງຈົບງາມ, ປະກອບສ່ວນສຳຄັນເຂົ້າໃນການປັບປຸງນ້ຳໃຈມິດຕະພາບທີ່ເປັນມູນເຊື້ອ
ຖະແຫຼງການຮ່ວມ ຫວຽດນາມ - ຈີນ - ảnh 1 ພາບປະກອບ

ເນື່ອງໃນໂອກາດ ການຢ້ຽມຢາມທາງລັດຖະກິດ ຫວຽດນາມ ແຕ່ວັນທີ 12 -13 ພະຈິກ 2017 ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ສປ ຈີນ ສີຈີ້ນຜິງ, ວັນທີ 13 ພະຈິກ, 2 ປະເທດໄດ້ອອກຖະແຫຼງການຮ່ວມ ຫວຽດນາມ - ຈີນ. ຖະແຫຼງການຮ່ວມ ໃຫ້ຮູ້ວ່າ: ໃນເວລາຢູ່ຢ້ຽມຢາມ, ທ່ານເລຂາທິການໃຫຍ່, ປະທານປະເທດ ສປ ຈີນ ສີຈີ້ນຜິງ ມີການເຈລະຈາກັບທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ, ທ່ານປະທານປະເທດ ເຈີ່ນດ້າຍກວາງ; ພົບປະກັບທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ. ຖະແຫຼງການຮ່ວມ ຫວຽດນາມ - ຈີນ ຊີ້ແຈ້ງວ່າ ການນຳ 2 ພັກ, 2 ລັດ ບັນລຸໄດ້ຄວາມຮັບຮູ້ລວມທີ່ສຳຄັນ ກ່ຽວກັບການເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນ ໃນສະພາບການໃໝ່ເລິກເຊິ່ງກ່ວາອີກ.

        ສອງຝ່າຍເຫັນດີຖືວ່າ ການຢ້ຽມຢາມທາງລັດຖະກິດ ຫວຽດນາມ ຂອງ ທ່ານເລຂາທິການໃຫຍ່, ປະທານປະເທດ ສປ ຈີນ ສີຈີ້ນຜິງ ປະສົມຜົນສຳເລັດຢ່າງຈົບງາມ, ປະກອບສ່ວນສຳຄັນເຂົ້າໃນການປັບປຸງນ້ຳໃຈມິດຕະພາບທີ່ເປັນມູນເຊື້ອ, ເຮັດໃຫ້ການຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນ ເລິກເຊິ່ງຂຶ້ນຕື່ມ, ຊຸກຍຸ້ສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຂອງພາກພື້ນ ແລະ ຢູ່ໃນໂລກ, ເຊິ່ງມີຄວາມໝາຍເປັນຂີດໝາຍສຳຄັນ. ສອງຝ່າຍເຫັນດີເປັນເອກະພາບສືບຕໍ່ປະຕິບັດຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງຮອບດ້ານ, ມີປະສິດທິຜົນ, ບົນພື້ນຖານເຈລະຈາເປັນເອກະພາບ, ບັນລຸກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ໂດຍໄວ; ຄວບຄຸມຄວາມບໍ່ລົງລອຍກັນບົນທະເລເປັນຢ່າງດີ, ບໍ່ມີການກະທຳເຮັດໃຫ້ສະພາບການສັບສົນ, ເປີດກ້ວາງການຂັດແຍ້ງ, ຮັກສາສັນຕິພາບ, ສະຖຽນລະພາບບົນທະເລຕາເວັນອອກ. 2 ຝ່າຍເຫັນດີ ສືບຕໍ່ເພີ່ມທະວີການສົມທົບກັນຢູ່ຂອບເຂດ ຫຼາຍຝ່າຍ ແລະ ພາກພື້ນ ຄື: ສປຊ, ອົງການການຄ້າໂລກ (WTO), ເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟີກ (APEC), ເວທີປາໄສຮ່ວມມື ອາຊີ - ເອີລົບ (ASEM), ສະຫະປະຊາຊາດບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ (ASEAN) - ຈີນ, ການຮ່ວມມືແມ່ຂອງ - ຫຼານຈ໋າງ, ພ້ອມກັນຮັກສາສັນຕິພາບ, ສະຖຽນລະພາບ ແລະ ຄວາມວັດທະນາຖາວອນຂອງພາກພື້ນ ແລະ ຢູ່ໃນໂລກ. ຈີນ ຊົມເຊີຍໃຫ້ ຫວຽດນາມ ຈັດຕັ້ງກອງປະຊຸມບັນດາການນຳເສດຖະກິດ APEC ຄັ້ງທີ 25 ປະສົມຜົນສຳເລັດ.

        ຝ່າຍ ຫວຽດນາມ ເດັດດ່ຽວຢຶດໝັ້ນນະໂຍບາຍ ປະເທດ ຈີນ ດຽວ; ສະໜັບສະໜູນການພົວພັນ 2 ຝັ່ງພັດທະນາໂດຍສັນຕິພາບ ແລະ ພາລະກິດໃໝ່ໂຮມປະເທດ ຈີນ ເປັນເອກະພາບ; ເດັດດຽວຄັດຄ້ານການກະທຳກໍ່ຄວາມແບ່ງແຍກ “ໄຕຫວັນ ເອກະລາດ” ພາຍໃຕ້ທຸກໆຮູບແບບ. ຫວຽດນາມ ບໍ່ພັດທະນາການພົວພັນໃດໆກັບ ໄຕຫວັນ. ຝ່າຍ ຈີນ ສະແດງການຊົມເຊີຍຫຼັກໝັ້ນດັ່ງກ່າວຂອງຝ່າຍ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ