ຖະແຫຼງການຮ່ວມ ເວທີປາໄສຊາວໜຸ່ມເຂດສາມຫຼ່ຽມພັດທະນາ ກຳປູເຈຍ - ລາວ - ຫວຽດນາມ

(VOVWORLD) - ພາຍຫຼັງປຶກສາຫາລືດ້ວຍຄຳເຫັນປະກອບທີ່ເວທີປາໄສຊາວໜຸ່ມເຂດສາມຫຼ່ຽມພັດທະນະ ກຳປູເຈຍ - ລາວ - ຫວຽດນາມ (CLV) ຄັ້ງທີ 7 ປີ 2017ເປັນເວລາ 1 ວັນ, ໃນຕອນບ່າຍວັນທີ 17 ທັນວາ, ຜູ້ຕາງໜ້າຄະນະຜູ້ແທນຊາວໜຸ່ມ 3 ປະເທດເຫັນດີເປັນເອກະພາບ ແລະ ລົງນາມໃນຖະແຫຼງການຮ່ວມເວທີປາໄສເຂດສາມຫຼ່ຽມພັດທະນາ.
ຖະແຫຼງການຮ່ວມ ເວທີປາໄສຊາວໜຸ່ມເຂດສາມຫຼ່ຽມພັດທະນາ ກຳປູເຈຍ - ລາວ - ຫວຽດນາມ - ảnh 1 ຖະແຫຼງການຮ່ວມ ເວທີປາໄສຊາວໜຸ່ມເຂດສາມຫຼ່ຽມພັດທະນາ ກຳປູເຈຍ - ລາວ - ຫວຽດນາມ (ພາບ: TTXVN)

ຖະແຫຼງການຮ່ວມມີ 6 ເນື້ອໃນຕົ້ນຕໍ, ລວມມີ: ຈັດຕັ້ງເພີ່ມທະວີ ແລະ ເປີດກວ້າງການຮ່ວມມືຊາວໜຸ່ມໃນຫຼາຍຂົງເຂດຈາກສູນກາງຮອດທ້ອງຖິ່ນ, ໃນນັ້ນມີການສຸມໃສ່ສຶກສາອົບຮົມ, ບຳລຸງຊາວໜຸ່ມເຍົາວະຊົນອະນຸຊົນກ່ຽວກັບສາຍພົວພັນມິດຕະພາບ ແລະ ນ້ຳໃຈສາມະຄີຂອງປະຊາຊົນ 3 ປະເທດ ກຳປູເຈຍ - ລາວ - ຫວຽດນາມ. ຈັດຕັ້ງການເຄື່ອນໄຫວຊຸກຍູ້ການຮ່ວມມືລະຫວ່າງວິສາຫະກິດ, ນັກທຸລະກິດໜຸ່ມ 3 ປະເທດ; ສົ່ງເສີມ ແລະ ຕັ້ງໜ້າໜູນຊ່ວຍຊາວໜຸ່ມ CLV ເລີ່ມທຸລະກິດຢ່າງມີຫົວຄິດປະດິດສ້າງ, ພັດທະນາແບບຍືນຍົງ.

        ຖະແຫຼງການຮ່ວມເວທີປາໄສຊາວໜຸ່ມເຂດສາມຫຼ່ຽມພັດທະນານອນໃນບັນດາເຫດການກອງປະຊຸມຄະນະກຳມະການປະສານງານຮ່ວມຄັ້ງທີ 11 ເຂດສາມຫຼ່ຽມພັດທະນາ ກຳປູເຈຍ - ລາວ - ຫວຽດນາມ ໄດ້ຈັດຕັ້ງແຕ່ວັນທີ 15 ຫາວັນທີ 19 ທັນວາ 2017 ຢູ່ເທດສະບານ ດົ່ງຊ່ວາຍ, ແຂວງ ບີ່ງເຟື໋ອກ, ປະເທດ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ