ຖະແຫຼງການຮ່ວມລະຫວ່າງສາທາລະນະລັດສັງຄົມນິຍົມຫວຽດນາມແລະສະຫະລັດອາເມລິກາ

ຖະແຫຼງການຮ່ວມລະຫວ່າງສາທາລະນະລັດສັງຄົມນິຍົມຫວຽດນາມແລະສະຫະລັດອາເມລິກາ - ảnh 1
ທ່ານ​ປະທານາທິບໍດີ Barack Obama
ແລະ ທ່ານປະທານປະເທດ ເຈີ່ນດ້າຍກວາງ

(vovworld) – ​​ ​ເນື່ອງ​ໃນ​ໂອກາດ​ຢ້ຽມຢາມ ຫວຽດນາມ ຢ່າງ​ເປັນ​ທາງ​ການ​ໃນ​ລະຫວ່າງ​ວັນ​ທີ 23 – 25/05 ຂອງ​ທ່ານ​ປະທານາທິບໍດີ ສະຫະລັດ ອາ​ເມ​ລິ​ກາ Barack Obama, ວັນ​ທີ 24/05 ຫວຽດນາມ ​ແລະ ອາ​ເມ​ລິ​ກາ ​ໄດ້​ອອກ​ຖະ​ແຫຼ​ງການ​ຮ່ວມ. ​ໃນ​ຖະ​ແຫຼ​ງການ​ຮ່ວມ, 2 ຝ່າຍ​ລ້ວນ​ແຕ່​ສະ​ແດງ​ຄວາມ​ເພິ່ງ​ພໍ​ໃຈ​ຕໍ່​ບັນດາ​ບາດກ້າວ​ຢ່າງ​ວ່ອງ​ໄວ, ​ແທດ​ຈິງ ​ແລະ ຮອບດ້ານ​ຂອງ​ການ​ພົວພັນ ຫວຽດນາມ - ອາ​ເມ​ລິ​ກາ ​ໃນ​ໄລຍະ​ຜ່ານ​ມາ ຕາມ​ບັນດາການກຳນົດ​ທິດ​ຂອງການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ ຫວຽດນາມ - ອາ​ເມ​ລິ​ກາ ​ໃນ​ປີ 2013 ​ແລະ ຖະ​ແຫຼ​ງການ​ກ່ຽວ​ກັບ​ວິ​ໄສ​ທັດ​ລວມຂອງ 2 ປະ​ເທດ. ການ​ພັດທະນາ​​ການ​ພົວພັນ ຫວຽດນາມ - ອາ​ເມ​ລິ​ກາ ນັບ​ມື້​ນັບ​ເລິກ​ເຊິ່ງກ້ວາງ​ຂວາງ ​ໄດ້ ​ແລະ ພວ​ມປະກອບສ່ວນ​ຕັ້ງໜ້າ​ເຂົ້າ​​ໃນຄວາມ​ມານະ​ພະຍາຍາ​ມລວມຂອງ​ປະຊາ​ຄົມ​ສາກົນ ​ເພື່ອ​ແນ​ໃສ່​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື ​ແລະ ​ເຄົາລົບ​ກົດໝາຍ​ສາກົນ​ຢູ່​ພາກ​ພື້ນ ​ແລະ ທົ່ວ​ໂລກ. 2 ຝ່າຍ​ຢືນຢັນ​ຄືນ​ໃໝ່​ຄຳ​ໝັ້ນ​ສັນຍາ​ໃນ​ເລື່ອງ​ປະຕິບັດ​ກົດ​ບັດ​ສະຫະ​ປະຊາ​ຊາດ, ​ເຄົາລົບ​ກົດໝາຍ​ສາກົນ, ​ເຄົາລົບ​ລະບອບ​ການ​ເມືອງ, ​ເອກະລາດ, ອະທິປະ​ໄຕ ​ແລະ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ແຕ່ລະ​ເທດ. ພ້ອມ​ກັນ​ນັ້ນອາ​ເມ​ລິ​ກາ ​ແລະ ຫວຽດ​ນາມ ກໍ່​​ເຫັນ​ດີ​ເປັນ​ເອກະສັນ​ຊຸກຍູ້ ​ແລະ ສ້າງ​ປະຊາ​ຄົມ ອາ​ຊຽນ ​ແລະ ຮ່ວມ​ມື​ກັບ​ປະຊາ​ຄົມ​ສາກົນ ​ ​ຮັບ​ມື​ກັບ​ບັນດາ​ສິ່ງ​ທ້າ​ທາຍ​ໃນ​ທົ່ວ​ໂລກ. 2 ຝ່າຍ​ເຫັນ​ດີ​ເປັນ​ເອກະ​ພາບນຳ​ກັນ​ວ່າ: ໃນ​ໄລຍະ​ຈະ​ມາ​ເຖິງ​ຈະ​ຕັ້ງໜ້າ​ສົມທົບ​ກັນ ​ເພື່ອ​ເພີ່ມ​ທະວີ​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ ຫວຽດນາມ - ອາ​ເມ​ລິ​ກາ ​ໃນ​ບັນດາ​ຂົງ​ເຂດ. ກ່ຽວ​ກັບ​ດ້ານ​ການ​ເມືອງ - ການ​ທູດ, 2 ຝ່າຍ​ໃຫ້​ຄຳ​ໝັ້ນ​ສັນຍາ​ສືບ​ຕໍ່​ແລກປ່ຽນ​ຄະນະ​ຜູ້​​ແທນທຸກ​ຂັ້ນ, ພິ​ເສດ​ແມ່ນ​ບັນດາ​ຄະນະ​ຜູ້​ແທນ​ຂັ້ນສູງ, ​ເພີ່ມ​ທະວີ​ການ​ເຈລະຈາ​ລະຫວ່າງ​ບັນດາ​ອົງການ​ສຳນັກງານ​ຂອງ 2 ປະ​ເທດ. ພ້ອມກັນ​ນັ້ນ2 ຝ່າຍ​ມີ​ແນວ​ຄວາມ​ຄິດ​ເປີດ​ກ້ວາງ​ການ​ເຈລະຈາຂັ້ນ​ສູງ​ເປັນ​ປະຈຳ​ປີລະຫວ່າງ 2 ກະຊວງ​ການ​ຕ່າງປະ​ເທດ ​ເພື່ອ​ປຶກສາ​ຫາລື​ບັນດາ​ມາດ​ຕະການ ​ແນ​ໃສ່​ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ ​ແລະ ບັນດາ​ບັນຫາ​ອື່ນໆ​ເຊິ່ງຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ. 2 ຝ່າຍ​ເຫັນ​ດີ​ເປັນ​ເອກະ​ພາບ​​ໂດຍຖື​ວ່າ: ​ເລື່ອງ​ປັບປຸງຄວາມ​ໄວ​ເນື້ອ​ເຊື່ອ​ໃຈ​ລະຫວ່າງ 2 ຝ່າຍ​ມີ​ຄວາມ​ໝາຍ​ກຸນ​ແຈ​ໃນ​ການ​ສ້າງນ້ຳ​ໃຈ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ຢ່າງໝັ້ນຄົງ, ປອດ​ໃສ ​ແລະ ຍາວ​ນານ. ກ່ຽວ​ກັບ​ການ​ພົວພັນ​ເສດຖະກິດ, 2 ປະ​ເທດ​ຕັດສິນ​ໃນ​ສຸມ​ໃສ່​ຊຸກຍູ້​ການ​ຮ່ວມ​ມືດ້ານເສດຖະກິດ, ລວມມີ​ບັນດາ​ຂົງ​ເຂດ​ການ​ຄ້າ, ການ​ລົງທຶນ, ວິ​ທະຍາ​ສາດ​ເຕັກ​ໂນ​ໂລ​ຢີ. ກໍ່ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ ​ແລະ ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ. 2 ຝ່າຍ​ຖື​ວ່າ ສັນຍາຄູ່​ຮ່ວມ​ມື​ຂ້າມ​ປາ​ຊີ​ຟ​ິກ (TPP), ມີ​ຄວາມ​ສຳ​ຄັນ​ກ່ຽວ​ກັບ​ຍຸດ​ທະ​ສາດ ແລະ ເສດ​ຖະ​ກິດ, ຈະ​ຊ່ວຍ​ເພີ່ມ​ທະ​ວີ​ດ້ານ​ການ​ຄ້າ ແລະ ການ​ລົງ​ທຶນ​ລະ​ຫວ່າງ 2 ປະ​ເທດ, ຍູ້​ແຮງ​ການ​ເຕີບ​ໂຕ​ດ້ານ​ເສດ​ຖະ​ກິດ ແລະ ສ້າງວຽກ​ເຮັດ​ງ​ານ​ທຳ. ອາ​ເມ​ລິ​ກາ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ໜູນ​ຊ່ວຍ​ຫວຽດ​ນາມ ຜັນ​ຂະ​ຫຍາຍ​ຢ່າງ​ມີ​ປະ​ສິດ​ທິ​ຜົນ ແລະ ຕອບ​ສະ​ໜອງ​ບັນ​ດາ​ມາດ​ຕະ​ຖານສູງ​ຂອງ​ສັນ​ຍາ TPP ຜ່ານ​ບັນ​ດາ​ໂຄງ​ການ​ໜູນ​ຊ່ວຍ​ດ້ານ​ເຕັກ​ນິກ ແລະ ກໍ່ສ້າງ​ກຳ​ລັງ​ຄວາມ​ສາ​ມາດ. 2 ຝ່າຍ​ພ້ອມ​ກັນ​ຢືນ​ຢັນ​ຄືນ​ໃໝ່​ເລື່ອງ​ຮັບ​ປະ​ກັນ​ການ​ເຕີບ​ໂຕ​ດ້ານ​ເສດ​ຖະ​ກິດ​ຢ່າງ​ຮອບ​ດ້ານ, ສ້າງ​ກາ​ລະ​ໂອ​ກາດ​ໃຫ້​ທຸກໆ​ຄົນ, ໄດ້​ຮັບ​ການ​ຊຸກ​ຍູ້​ດ້ວຍ​ການ​ມີ​ຫົວ​ຄິດ​ປະ​ດິດ​ສ້າງ​ມີ, ຈິດ​ໃຈ​ດຳ​ເນີນ​ທຸ​ລະ​ກິດ ແລະ ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ແບບ​ຍືນ​ຍົງ​ຂອງ 2 ພື້ນ​ຖານ​ເສດ​ຖະ​ກິດ. 2 ຝ່າຍ​​ເນັ້ນ​ໜັກ​ວ່າ ​ການ​ຮ່ວມ​ມື​ພັດ​ທະ​ນາ​ສືບ​ຕໍ່​ແມ່ນ​ກຳ​ລັງ​ໜູນ​ຂອງ​ການ​ພົວ​ພັນ 2 ຝ່າຍ. 2 ຝ່າຍ​ຢືນ​ຢັນ​ສະ​ໜັບ​ສະ​ໜູນຊຸກຍ​ູ້​ການ​ພົບ​ປະ​ແລກ​ປ່ຽນ​ປະ​ຊາ​ຊົນ ເພື່ອ​ແນ​ໃສ່​ເພີ່ມ​ທະ​ວີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ, ການ​ຮ່ວມ​ມື, ມິດ​ຕະ​ພາບ​ລະ​ຫວ່າງປະ​ຊາ​ຊົນ 2 ປະ​ເທດ. ຫວຽດ​ນາມ ແລະ ອາ​ເມ​ລິ​ກາ ຢືນ​ຢັນ​ຄືນ​ໃໝ່​ຄຳ​ໝັ້ນ​ສັນ​ຍາ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດລະ​ຫວ່າງ 2 ປະ​ເທດ ຕາ​ມ​ບົດ​ບັນ​ທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ 2 ຝ່າຍ​ໃນປີ 2011 ແລ​ະ ຖະ​ແຫຼງ​ການວິ​ໄສ​ທັດ​ຮ່ວມ​ກ່ຽວ​ກັບ​ການ​ພົວ​ພັນ​ດ້ານ​ປ້ອງ​ກັ​ນ​ຊາດ​ປີ 2015, ວາງ​ບຸ​ລິ​ມະ​ສິດ​ໃນ​ຂົງ​ເຂດ​ຮ່ວມ​ມື​ມະ​ນຸດ​ສະ​ທຳ, ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ສົງຄາມ, ຄວາມ​ສະຫງົບ​ປອດ​ໄພ​ບົນ​ທະ​ເລ, ຮັກສາ​ສັນຕິພາບ, ໜູນ​ຊ່ວຍ​ມະນຸດສະທຳ ​ແລະ ກູ້​ຊ່ວຍ​ໄພພິບັດ. ສອງ​ຝ່າຍຢືນຢັນ​ຈະ​ສືບ​ຕໍ່​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ປ້ອງ​ກັນ​ຄວາມ​ສະ​ຫງົບ, ຕ້ານ​ອາດ​ສະ​ຍາ​ກຳ​ຂ້າມ​ຊາດ, ຮັບປະກັນ​ຄວາມ​ປອດ​ໄພ​ທາງ​ເຄືອ​ຂ່າຍ​ອິນ​ເຕີ​ແນ​ດ. ຫວຽດນາມ​ຊົມ​ເຊີຍ​ຂໍ້​ຕົກລົງ​ຂອງ​ລັດຖະບານ ອາ​ເມ​ລິ​ກາ​ທີ່​ໄດ້​ຍົກ​ເລີກ​ຄຳສັ່ງຫ້າມ​ຂາຍ​ອາວຸດ​ລ້າງຜານ​ສຳລັບ ຫວຽດນາມ. ຫວຽດນາມ ຊົມ​ເຊີຍ​ການ​ໜູນ​ຊ່ວຍ​ປ້ອງ​ກັນ​ຄວາມ​ສະຫງົບ​ບົນ​ທະ​ເລ​ຂອງ​ ອາ​ເມ​ລິ​ກາ ​ໂດຍ​ຜ່ານ​ຂໍ້​ລິ​ເລີ່​ມຮັກສາ​ຄວາມ​ສະ​ຫົງ​ບປອດ​ໄພ​ໃນ​ການ​ເດີນ​ທະ​ເລ (MSI), ລາຍການ​ຮ່ວມ​ມື​ຫຼຸດຜ່ອນ​ການ​ນາບ​ຂູ່, ກອງ​ທຶນ​ໜູນ​ຊ່ວຍ​ດ້ານ​ການ​ເງິນ​ການ​ທະຫານ​ການ​ຕ່າງປະ​ເທດ (FMF) ​ແລະ ປາຖະໜາ​ຢາກ​ເຮັດວຽກ​ກັບ ອາ​ເມ​ລິ​ກາ ​ເພື່ອ​ຍົກ​ສູງ​ຄວາມ​ສາມາດ​ໃນ​ການ​ເດີນ​ທະ​ເລ​ຂອງ​ຫວຽດນາມ. ສອງ​ຝ່າຍ​ໃຫ້​ຄຳ​ໝັ້ນ​ສັນຍາ ສືບ​ຕໍ່​ຊຸກຍູ້ ​ແລະ ປົກປ້ອງ​ສິດທິ​ມະນຸດ​ໃຫ້​ເໝາະ​ສົມ​ກັບ​ລັດຖະທຳ​ມະນູນ ​ແລະ ຄຳ​ໝັ້ນ​ສັນຍາ​ສາກົນ​ຂອງ​ແຕ່ລະ​ປະ​ເທດ. ສອງ​ຝ່າຍ​ຊົມ​ເຊີຍ​ຜົນ​ແຫ່ງ​ການ​ເ​ຈລະ​ຈາ​ຢ່າງ​ຕັ້ງໜ້າ, ກົງ​ໄປ​ກົງ​ມາ ​ແລະ ສ້າງສັນ​ກ່ຽວ​ກັບ​ສິດທິ​ມະນຸດ, ພິ​ເສດ​ແມ່ນ​ການ​ເຈລະຈາ​ມະນຸດສະທຳ​ຮອບ​ທີ 20 ​ເຊິ່ງດຳ​ເນີນ​ໃນ​ເດືອນ 4/2016, ຜ່ານ​ນັ້ນ​ຫຼຸດຜ່ອນ​ຄວາມ​ແຕກ​ຕ່າງ​ກັນ ​ແລະ ສືບ​ຕໍ່​ສ້າງ​ຄວາມ​​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ. ຫວຽດນາມ ​ແລະ ອາ​ເມ​ລິ​ກາ​ຢືນຢັນ​ຄືນ​ໃໝ່​ຄຳ​ໝັ້ນ​ສັນຍາ​ລວມສຳລັບ​ເລື່ອງ​ແກ້​ໄຂ​ບັນດາ​ຄວາມ​ຂັດ​ແຍ້​ງກັນ​ໃນຜືນ​ແຜ່ນດິນ ​ແລະ ບົນ​ທະ​ເລດ້ວຍ​ສັນຕິ​ວິທີ, ​ໃນ​ນັ້ນ​ມີ​ເລື່ອງ​ເຄົາລົບ​ວິວັດທະນາ​ການ​ດ້ານ​ການ​ທູດ ​ແລະ ນິຕິ​ກຳ​ຢ່າງ​ຄົບ​ຖ້ວນ, ບໍ່​ນຳ​ໃຊ້​ກຳລັງ​ອາວຸດ ຫຼື​ນາບ​ຂູ່​ນຳ​ໃຊ້​ກຳລັງ​ອາວຸດ, ​ເໝາະ​ສົມ​ກັບ​ກົດ​ບັດສະຫະ​ປະຊາ​ຊາດ, ກົດໝາຍ​ສາກົນ, ​ໃນ​ນັ້ນ​ມີ​ສົນທິສັນຍາ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ (UNCLOS). ທັງ​ສອງ​ຝ່າຍ​ວິຕົກ​ກັງວົນ​ເປັນ​ພິ​ເສດຕໍ່​ບັນດາ​ການ​ຜັນ​ແປ​ຫວ່າງ​ແລ້ວ​ນີ້​ຢູ່​ທະ​ເລ​ຕາ​ເວັນ​ອອກ, ​ອັນ​ໄດ້​ເພີ່ມ​ຄວາມ​ເຄັ່ງ​ຕຶງ, ຫຼຸດຜ່ອນ​ຄວາມ​ເຊື່ອ​ໝັ້ນ, ນາບ​ຂູ່​ເຖິງ​ສັນຕິພາບ, ຄວາມ​ໝັ້ນຄົງ ​ແລະ ສະຖຽນລະ​ພາບ. ສອງ​ຝ່າຍ​ເນັ້ນ​ໜັກ​ເຖິງ​ລັກສະນະ​ອັນ​ຮີບ​ດ່ວນ​ຂອງ​ການ​ຮັບປະກັນ​ຄວາມ​ເສລີ​ໃນ​ການ​ເດີນ​ທະ​ເລ, ການບິນ, ກໍ່​ຄື​ຮັກສາ​ບັນດາ​ການ​ເຄື່ອນ​ໄຫວ​ດ້ານ​ການ​ຄ້າ​ທີ່​ຖືກຕ້ອງ​ຕາມ​ກົດໝາຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ; ຮຽກຮ້ອງ​ບໍ່​ນຳ​ໃຊ້​ກຳລັງ​ອາວຸດ​ໃນ​ການ​ແກ້​ໄຂ​ຄວາມ​ຂັດ​ແຍ້​ງກັນ; ຢືນຢັນ​ຄືນ​ໃໝ່​ຄຳ​ໝັ້ນ​ສັນຍາ​ລວມຕາມ​ຖະ​ແຫຼ​ງການ Sunnylands ​ແລະ ຄຳ​ໝັ້ນ​ສັນຍາ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນກັບ​ບັນດາ​ຄູ່​ຮ່ວມ​ມື​ອາ​ຊຽນອື່ນໆ​ໃນ​ການ​ປະຕິບັດ​ຖະ​ແຫຼ​ງການ​ນີ້. ອາ​ເມ​ລິ​ກາ​ເຫັນ​ດີ​ຈະ​ຕັ້ງໜ້າ​ສົມທົບ​ ​ແລະ ໜູນ​ຊ່ວຍ​ຫວຽດນາມ​ຈັດ​ຕັ້ງ APEC ​ໃນ​ປີ 2017 ​ໃຫ້​ສຳ​ເລັດ​ຜົນ. ທັງ​ສອງ​ຝ່າຍ​ເຫັນ​ດີ​ເພີ່ມ​ທະວີ​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ ຫວຽດນາມ - ອາ​ເມ​ລິ​ກາ ຕາມ​ທິດ​ແທດ​ຈິງ, ​ເລິກ​ເຊິ່ງ, ມີ​ປະສິດທິ​ຜົນ​ກວ່າ ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ສອງ​ປະ​ເທດ, ປະກອບສ່ວນ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ການ​ຮ່ວມ​ມື​ໃນ​ພາກ​ພື້ນ ​ແລະ ຢູ່​ໃນ​ໂລກ.

 

ຂ່າວ/ບົດ​ອື່ນ