ຖະແຫຼງຂ່າວກະຊວງການຕ່າງປະເທດລັດເຊຍ ເຕື້ອງເຖິງຫຼາຍບັນຫາສາກົນ ທີ່ຮ້ອນເຮ່ັງ

(VOVWORLD) -ວັນທີ 16 ມັງກອນ, ທີ່ສູນສື່ມວນຊົນກະຊວງການຕ່າງປະເທດ ລັດເຊຍ ໄດ້ດໍາເນີນການຖະແຫຼງຂ່າວ ປະຈໍາປີ ເພື່ອສະຫຼຸບສະພາບການເຄື່ອນໄຫວທາງການທູດຂອງລັດເຊຍ ໃນປີ 2018

ທ່ານ ລັດຖະມົນຕີກະຊວງການຕ່າງປະເທດລັດເຊຍ Sergey Lavrov  ໄດ້ຕອບບັນດາຄໍາຖາມຂອງນັກຂ່າວກ່ຽວກັບຫຼາຍບັນຫາການພົວພັນຕ່າງປະເທດຂອງ ສະຫະພັນລັດເຊຍ ທີ່ກ່ຽວຂ້ອງເຖິງການພົວພັນລະຫວ່າງ ລັດເຊຍ - ອາເມລິກາ, ລັດເຊຍ - NATO, ລັດເຊຍ - ອີຢູ, ສະພາບການຢູ່ ຊີຣີ, ຕາເວັນອອກກາງ, ສະພາບການຢູ່ແຫຼມເກົາຫຼີ ກໍຄືບັນດາບັນຫາກ່ຽວກັບສິ່ງທ້າທາຍ, ໄພນາບຂູ່, ການຕໍ່ສູ້ຕ້ານການກໍ່ການຮ້າຍ ແລະ ການປ້ອງກັນຄວາມປອດໄພ ທາງເຄືອຂ່່າຍອິນເຕີເນັດ.

        ກ່ຽວຂ້ອງເຖິງຄວາມບໍ່ລົງລອຍກັນລະຫວ່າງ ລັດເຊຍ - ອາເມລິກາ ກ່ຽວກັບສົນທິສັນຍາລູກສອນໄຟໄລຍະສັ້ນ, ໄລຍະກາງ (INF), ລັດຖະມົນຕີການຕ່າງປະເທດລັດເຊຍ ຊີ້ແຈ້ງວ່າ ບັນດາການກະທໍາຕາມລໍາພັງຝ່າຍດຽວຂອງ ອາເມລິກາ ໃນບັນຫາດັ່ງກ່າວ ໄດ້ເຮັດໃຫ້ຂາດຄວາມໄວ້ເນື້ອເຊື່ອໃຈລະຫວ່າງສອງປະເທດ ນັບມື້ນັບເພີ່ມຂຶ້ນ. ທ່ານ Sergey Lavrov   ຫວັງວ່າ ອາເມລິກາ ຈະບໍ່ມີແຜນການຖອນຕົວອອກຈາກສົນທິສັນຍາ ຈໍາກັດ ແລະ ຫຼຸດຜ່ອນອາວຸດບຸກໂຈມຕີຍຸດທະສາດ (START – 3), ກໍຄື ປາດຖະໜາວ່າ ອາເມລິກາ ຈະສະແດງຄວາມຮັບຜິດຊອບໃນການເຈລະຈາກັບ ລັດເຊຍ ກ່ຽວກັບບັນດາບັນຫາສ້າງສະຖຽນລະພາບຍຸດທະສາດ.

        ໃນບັນດາບັນຫາຮ້ອນເຮັ່ງທີ່ໄດ້ເຕື້ອງເຖິງໃນການຖະແຫຼງຂ່າວຄັ້ງນີ້ ແມ່ນການພົວພັນລະຫວ່າງ ລັດເຊຍ - ຍີ່ປຸ່ນ. ທ່ານລັດຖະມົນຕີ Sergey Lavrov  ໃສ່ໃຈວ່າ ມົດສະກູ ແລະ ໂຕກຽວ ຍັງຄົງມີວຽກງານຫຼາຍຢ່າງທີ່ຕ້ອງປະຕິບັດ ເພື່ອກາຍເປັນຄູ່ຮ່ວມມືທີ່ແທ້ຈິງຂອງກັນໃນເວທີສາກົນ; ນອກຈາກນັ້ນ, ລັດເຊຍ ແລະ ຍີ່ປຸ່ນ ຍັງມີບັນຫາບໍ່ລົງລອຍກັນຫຼາຍຢ່າງ, ພິເສດ ແມ່ນເລື່ອງແກ້ໄຂບັນດາເກາະທີ່ຂັດແຍ້ງກັນຢູ່ໝູ່ເກາະ Nam Kuril ເຊິ່ງຍີ່ປຸ່ນເອີ້ນວ່າ ເຂດນໍ້າດິນແດນທາງທິດເໜືອ).

ວັນເທື່ອງ - ນັກຂ່າວ VOV ປະຈໍາ ລັດເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ