ຖະແຫລງການຮ່ວມຫວຽດນາມ-ລາວ

ຖະແຫລງການຮ່ວມຫວຽດນາມ-ລາວ - ảnh 1
ການ​ເຈ​ລະ​ຈາ​ຂັ້ນ​ສູງ​ຫວຽດ​ນາມ -ລາວ

(vovworld)-​ ເນື່ອ​ງ​ໃນ​ໂອ​ກາດ​ການ​ຢ້ຽມ​ຢາມ​ສັນ​ຖະ​ວະ​ໄມ​ຕ​ີ​ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ​ລາວ ບຸນ​ຍັງ ວໍ​ລະ​ຈິດ, ສອງ​ປະ​ເທດ ຫວຽດ​ນາມ ແລະ ລາວ ອອກ​ຖະ​ແຫລງ​ການ​ຮ່ວມ. ໃນ​ຖະ​ແຫລງ​ການ​ຮ່ວມ​ຊີ້​ແຈ້ງວ່າ ສອງ​ຝ່າຍ​ເຫັນ​ດີ​​ເປັນ​ເອ​ກະ​ພາບຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ຮອບ​ດ້ານ​ຫວຽດ​ນາມ -ລາວ, ລາວ -ຫວຽດ​ນາມ ຢ່າງ​ແຮງ ບົນ​ພື້ນ​ຖານ​ເສີມ​ຂະ​ຫຍາຍ​ຈິດ​ໃຈ​ເອ​ກະ​ລາດ, ເປັນ​ເຈົ້າ​ຕົນ​ເອງ, ຮ່ວມ​ມື​ຢ່າງ​ສະ​ເຫມ​ີ​ພາບ ແລະ ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ, ສົມ​ທົບ​ກັນ​ຢ່າງ​ເໝາະ​ສົມ​ກັບ​ລັກ​ສະ​ນະ​ພິ​ເສດ​ຂອງ​ການ​ພົວ​ພັນ​ ຫວຽດ​ນາມ - ລາວ ດ້ວຍ​ທຳ​ນຽມ​ສາ​ກົນ, ສະ​ຫງວ​ນ​ການ​ບຸ​ລິ​ມະ​ສິດເຊິ່ງ​ກັນ ແລະ ກັນ, ຫນູນ​ຊ່ວຍ​ກັນ ແລະ ສ້າງ​ເງື່ອນ​ໄຂ​ສະ​ດ​ວກ​ໃຫ້​ກັນ ພ້ອມ​ກັນ​ພັດ​ທະ​ນາ​ເພື່ອ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ແຕ່​ລະ​ປະ​ເທດ, ເພື່ອ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ການ​ຮ່ວມ​ມື ແລະ ພັດ​ທະ​ນາ​ຢູ່ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ແລະ ໃນ​ໂລກ. ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອ​ກະ​ພາບ​ເພີ່ມ​ທະ​ວີ​ການ​ພົບ​ປະ​ຄັ້ງ​ຕ່າງໆ​ລະ​ຫວ່າງ​ການ​ນຳ​ຂັ້ນ​ສູງ​ສອງ​ພັກ, ສອງ​ລັດເປັນ​ປະ​ຈຳດ້ວຍ​ຫລາຍ​ຮູບ​ການ.

2 ຝ່າຍ​ເຫັນ​ດີ​ເປັນ​ເອກະ​ພາບ​ເປີດ​ກ້ວາງ ​ແລະ ສືບ​ຕໍ່​ຍົກ​ສູງ​ປະສິດທິ​ຜົນ​ການ​ຮ່ວມ​ມື​ເສດຖະກິດ, ວັດທະນະທຳ, ວິທະ​ຍາ​ສາດ - ​ເຕັກນິກ ບົນ​ພື້ນຖານ​ເສີມ​ຂະຫຍາ​ຍຄວາມ​ສາມາດ​ບົ່ມ​ຊ້ອນ ​ແລະ ທ່າ​ແຮງ​ຂອງ​​ແຕ່ລະ​ປະ​ເທດຢ່າງ​ສຸດ​ຂີດ; ຍູ້​ແຮງ​ຜັນ​ຂະຫຍາຍ​ບັນດາ​ຂໍ້​ຕົກລົງ​ຂັ້ນ​ສູງ, ​ແຜນການ​ຮ່ວມ​ມື​ລະຫວ່າງ 2 ລັດຖະບານ​ຢ່າງ​ມີ​ປະສິດທິ​ຜົນ. 2 ຝ່າຍ​ເຫັນ​ດີ​ເປັນ​ເອກະ​ພາບ ສືບ​ຕໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື​​ດ​້ານປ້ອງ​ກັນຊາ​ດ ປ້ອງ​ກັນ​ຄວາມ​ສະຫງົບ, ຮັບປະກັນ ​ສະຖຽນ​ລະ​ພາບ​ດ້ານ​ການ​ເມືອງ, ຄວາມ​ສະຫງົບ​ປອດ​ໄພ, ​ຄວາມ​ເປັນລະບຽບຮຽບຮ້ອຍ ​ທາງ​ສັງ​ຄົມ​ຢູ່​ແຕ່ລະ​ປະ​ເທດ​ໃຫ້​ໝັ້ນຄົງ; ກໍ່ສ້າງ​ເສັ້ນ​ຊາຍ​ແດນ ຫວຽດນາມ - ລາວ, ລາວ - ຫວຽດນາມ ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື ​ແລະ ພັດທະນາ​ແບບ​ຍືນ​ຍົງ.

        2 ຝ່າຍ​ແລກປ່ຽນ​ຢ່າງ​ເລິກ​​ເຊິ່ງກ້ວາງ​ຂວາງ ​ແລະ ​ເຫັນ​ດີ​ເປັນ​ເອກະສັນ​ກ່ຽວ​ກັບ​ບັນດາ​ບັນຫາ​ພາກ​ພື້ນ ​ແລະ ສາກົນ​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ, ຢັ້ງຢືນ​ສືບ​ຕໍ່​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນທີ່​ບັນດາ​ເວທີ​ປາ​ໄສ​ສາກົນ ​ແລະ ພາກ​ພື້ນ ຄື: ສະຫະ​ປະຊາ​ຊາດ,  ອາ​ຊຽນ ​ແລະ​ ບັນດາ​ກົນ​ໄກ​ຮ່ວມ​ມື ອະນຸ​ພາກ​ພື້ນ; ສືບ​ຕໍ່​ປະກອບສ່ວນ​ສ​້າງປະຊາ​ຄົມ ອາ​ຊຽນ ​ໃຫ້​ໝັ້ນຄົງ​ເຂັ້ມ​ແຂງ, ​ເພີ່ມ​ທະວີ​ຄວາມ​ສາມັກ​ຄີ ​ແລະ ​ເສີມ​ຂະຫຍາຍ​ບົດບາດ​ໃຈກາງ​ຂອງ ອາ​ຊຽນ. 2 ຝ່າຍ​ຊົມ​ເຊີຍ​ໝາກຜົນ​ກອງ​ປະຊຸມ​ຂັ້ນ​ສູງ​ຄັ້ງ​ທີ 1 ກ່ຽວ​ກັບ​ການ​ຮ່ວ​ມມື ລ້ານ​ຊ້າງ - ​​ແມ່​ຂອງ, ບົນ​ພື້ນຖານ​ສືບ​ຕໍ່​ປະຕິບັດ​ຂໍ້​ຕົກລົງ​ລະຫວ່າງ 2 ປະ​ເທດ, 2 ຝ່າຍ​ສືບ​ຕໍ່​ເພີ່ມ​ທະວີ​ການ​ສົມທົບ​ກັນຢ່າງ​ແໜ້ນ​ແຟ້ນ ​ແລະ ກັບ​ບັນດາ​ປະ​ເທດ ບັນດາ​ອົງການ​ຈັດ​ຕັ້ງ​ໃນ​ວຽກ​ງານ​ຄຸ້ມ​ຄອງ ​ແລະ ນຳ​ໃຊ້​ແຫຼ່ງນ້ຳ​ແມ່​ນ້ຳຂອງ​ຢ່າງ​ມີ​ປະສິ​ດທິຜົນ ​ແລະ ໝັ້ນຄົງ, ພ້ອມ​ກັບ ກຳປູ​ເຈຍ ຊຸກຍູ້​ຜັນ​ຂະຫຍາຍ​ການ​ປະຕິບັດ​ບັນດາ​ໂຄງການ​ຮ່ວມ​ມື​ຢູ່​ເຂດ 3 ຫຼ່ຽມພັດທະນາ ກຳປູ​ເຈລ - ລາວ - ຫວຽດນາມ ຢ່າ​ງມີ​ປະສິດທິ​ຜົນ.

        2 ຝ່າຍ​ເນັ້ນ​ໜັກ​ຄວາມ​ສຳຄັນ​ຂອງ​ການ​ຮັກສາ​ສັນຕິພາບ ສະຖຽນ​ລະ​ພາບ, ຄວາມ​ໝັ້ນ​ຄົງ, ຄວາມ​ປອດ​ໄພ​ຢູ່​ທະ​ເລ​ຕາ​ເວັນ​ອອກ; ​ເຫັນ​ດີ​ຊຸກຍູ້​ແກ້​ໄຂ​ບັນດາ​ການ​ຂັດ​ແຍ້​ງຢູ່​ທະ​ເລ​ຕາ​ເວັນ​ອອກ ​ໂດຍ​ສັນຕິ​ວິທີ ບົນ​ພື້ນຖານ​ກົດໝາຍ​ສາກົນ, ພ້ອມ​ກັບ​ບັນດາ​ຝ່າຍ ປະຕິບັດ​ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ຢ່າງ​ຄົບ​ຖ້ວນ ​ແລະ ມີ​ປະສິດທິ​ຜົນ ​ແລະ ບັນລຸ​ປະມວນ​ຂໍ້​ກຳນົດ​ການ​ປະພຶດ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ​ໂດຍ​ໄວ ​ເພື່ອ​ຮັກສາ​ສັນຕິພາບ ສະຖຽນ​ລະ​ພາບ ການ​ຮ່ວມ​ມື ​ແລະ ພັດທະນາ​ຢູ່​ພາກ​ພື້ນ ​ແລະ ​ໃນ​ໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ