ທຸກການເຄືຶ່ອນໄຫວຂອງຈີນຢູ່ໝູ່ເກາະເຈືອງຊາຂອງຫວຽດນາມລ້ວນແຕ່ ແມ່ນຜິດກົດໝາຍ

    ທຸກການເຄືຶ່ອນໄຫວຂອງຈີນຢູ່ໝູ່ເກາະເຈືອງຊາຂອງຫວຽດນາມລ້ວນແຕ່ ແມ່ນຜິດກົດໝາຍ - ảnh 1
ທ່ານ​ນາງ​ຝ້າມ​ທູ​ຮັ່ງ ຮອງ​ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ​

(vovworld)- ຕອນ​ບ່າຍ​ວັນ​ທີ 23/10, ຢູ່​ຮ່າ​ໂນ້ຍ, ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ​ໄດ້​ຈັດ​ກອງ​ປະ​ຊຸມ​ຂ່າວ​ນັດ​ສາ​ມັນ. ຕອບ​ສຳ​ພາດ​ນັກ​ຂ່າວ​ທີ່​ສະ​ເໜີ​ໃຫ້​ຮູ້​ປະ​ຕິ​ກິ​ລີ​ຍາ​ຂອງ​ຫວຽດ​ນາມ​ຕໍ່​ໜ້າ​ເລື່ອງ​ຈີນ​ໃຫ້​ກໍ່​ສ້າງ​ເດີນ​ບິນ​ເທິ່ງ​ເຫດດອນ ຈື​ເຖີບ ທີ່​ຂຶ້ນ​ກັບ​ໝູ່​ເກາະ​ເຈືອງ​ຊາ ຂອງ​ຫວຽດ​ນາມ ກໍ​ຄື​ເລື່ອງ​ຈີນ​ສະ​ໜັບ​ສະ​ໜູນ​ໄຕ້​ຫວັນ​ຈັດ​ສົ່ງ​ກຳ​ປັ່ນ​ປະ​ກອບ​ອາ​ວຸດ​ໄປ​ປະ​ຈຳ​ການ​ຢູ່​ເກາະ​ບາ​ບີງ ທີ່​ຂຶ້ນ​ກັບ​ໝູ່​ເກາະ​ເຈືອງ​ຊາ ຂອງ​ຫວຽດ​ນາມ, ທ່ານ​ນາງ​ຝ້າມ​ທູ​ຮັ່ງ ຮອງ​ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ​ໃຫ້​ຮູ້​ວ່າ :

   “ ອີກ​ເທື່ອ​ໜຶ່ງ, ພວກ​ຂ້າ​ພະ​ເຈົ້າ​ຢືນ​ຢັນ​ຢ່າງ​ແຂງ​ແຮງ​ກ່ຽວ​ກັບ​ອະ​ທິ​ປະ​ໄຕ​ທີ່ບໍ່​ອາດ​ໂຕ້​ຖຽງ​ໄດ້​ສຳ​ລັບ 2 ໝູ່​ເກາະ ຮ່​ວາງ​ຊາ ແລະ ເຈືອງ​ຊາ​ຂອງ​ຫວຽດ​ນາມ. ຫວຽດ​ນາມ​ມີ​ພື້ນ​ຖານ​ດ້ານ​ກົດ​ໝາຍ ແລະ ພະ​ຍານຫຼັກ​ຖານ​ປະ​ຫ​ວັດ​ສາດ​ຢ່າງ​ພຽງ​ພໍ​ເພື່ອຢັ້ງ​ຢືນ​ອະ​ທິ​ປະ​ໄຕ​ຂອງ​ຕົນ​ສຳ​ລັບ 2 ໝູ່​ເກາະ ຮ່​ວາງ​ຊາ ແລະ ເຈືອງ​ຊາ. ທຸກ​ການ​ເຄືຶ່ອນ​ໄຫວ​ຂອງ​ທຸກໆ​ຝ່າຍ​ໃນ​ບໍ​ລິ​ເວນນິ້ີ້ ໂດຍບໍ່​ໄດ້​ຮັບ​ອະ​ນຸ​ຍາດ​ຈາກ​ຫວຽດ​ນາມນັ້ນ, ລ້ວນແຕ່ແມ່ນຜິດ​ກົດ​ໝາຍ ແລະ ບໍ່​ມີ​ຄຸນ​ຄ່າ​ແຕ່​ຢ່າງ​ໃດ”

  ເມື່ອ​ຕອບ​ຄຳ​ຖາມ​ທີ່​ວ່າ ໃນ​ໄລ​ຍະ​ທີ່​ຈະ​ມາ​ເຖິງ, ຈະ​ດຳ​ເນີນ​ການ​ຢ້ຽມ​ຢາມ​ຂັ້ນ​ສູງ​ເພື່ອ​ຊຸກ​ຍູ້​ການ​ຮ່ວມ​ມື 2 ຝ່າຍ​ລະ​ຫວ່າງ​ຫວຽ​ດ​ນາມ-ຈີນຫຼືບໍ່? ທ່ານ​ນາງ​ຝ້າມ​ທູ​ຮັ່ງ ຮອງ​ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມຢືນ​ຢັນ​ວ່າ : ປີ 2015 ຈະ​ແມ່ນ​ປີ 2 ປະ​ເທດ​ຈັດ​ຕັ້ງ​ສະ​ເຫຼີ​ມ​ສະຫຼອງ 65 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ. ເລື່ອງ 2 ປະ​ເທດ​ດຳ​ເນີນ​ການ​ຢ້ຽມ​ຢາມ​ຂັ້ນ​ຕ່າງໆ​ແມ່ນ​ເລື່ອງ​ແນ່ນອນ, ເພື່ອ​ແນ່​ໃສ່ ເພີ່ມ​ທະ​ວີ​ການ​ພົວ​ພັນ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ ແລະ ຊຸກ​ຍູ້​ການ​ຮ່ວມ​ມື 2 ຝ່າຍ​ລະ​ຫວ່າງ​ຫວຽ​ດ​ນາມ-ຈີນ. 

ຂ່າວ/ບົດ​ອື່ນ