ທຸກໆການເຄື່ອນໄຫວຂອງຈີນ ຢູ່ ໝູ່ເກາະຮ່ວາງຊາ ແລະ ເຈື່ອງຊາ ລ້ວນແຕ່ຜິດກົດໝາຍ ແລະ ບໍ່ມີຄຸນຄ່າ

ທຸກໆການເຄື່ອນໄຫວຂອງຈີນ ຢູ່ ໝູ່ເກາະຮ່ວາງຊາ ແລະ ເຈື່ອງຊາ ລ້ວນແຕ່ຜິດກົດໝາຍ ແລະ ບໍ່ມີຄຸນຄ່າ - ảnh 1
(ໂຄສົກ​ກະຊວງ​ການ​ຕ່າງປະ​ເທດຫວຽດນາມ ​ເລ​ຫາຍ​ບິ່ງ)

(vovworld) –  ວັນ​ທີ 24/07, ທີ່​ການ​ປະຊຸມ​ຂ່າວ​ປະຈຳ​ເດືອນ​ຂອງ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ, ​ເມື​່ອຕອບຄຳ​ຖາມ​ສະ​ເໜີ​ໃຫ້​ຮູ້ປະຕິກິລິຍາ​ຂອງ​ຫວຽດນາມ ຕໍ່​ເລື່ອງ ວັນ​ທີ 23/07, ຈີນ ​ໄດ້​ດຳ​ເນີນການ​ຂຸດ​ຄອງ​ສາຍ​ທາງ​ໄປມາ​​ອ້ອມ​ເກາະ ຢຸຍມົ້ງ ກວ່າ 15 ກມ, ​ເຊິ່ງ​ແມ່ນ​ໜຶ່ງ​ໃນ​ບັນດາ​ເກາະ​ຢູ່​ໝູ່​ເກາະ​ຮ່ວາ​ງຊາ ຂຶ້ນ​ກັບ​ອະທິປະ​ໄຕ​ຂອງ​ຫວຽດນາມ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດຫວຽດນາມ ​ເລ​ຫາຍ​ບິ່ງ ຊີ້​ແຈ້ງວ່າ ​ຫວຽດນາມ ​ໄດ້​ຢືນຢັນ​ອະທິປະ​ໄຕ​ທີ່​ບໍ່​ອາດຖົກ​ຖຽນກັນ​ໄດ້ສຳລັບ 2 ໝູ່​ເກາະ​ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາເປັນ​ຫຼາຍ​ເທື່ອ​ແລ້ວ . ທຸກໆ​ການ​ເຄື່ອນ​ໄຫວ​ຂອງ​ຈີນ ຢູ່ 2 ໝູ່​ເກາະ​ດັ່ງກ່າວລ້ວນ​ແຕ່​ຜິດ​ກົດໝາຍ ​ແລະ ບໍ່​ມີ​ຄຸນ​ຄ່າ.

        ກ່ຽວ​ກັບ​ເລື່ອງ​​ຜູ້​ຊາຍ​​ຈີນ ຄົນ​ໜຶ່ງ​​ບຸກ​ໂຈມ​ຕີ​ແມ່ຍິງ​ຫວຽດນາມ 5 ຄົນດ້ວຍ​ມີດ, ​ເຮັດ​ໃຫ້ 3 ຄົນ​ເສຍ​ຊີວິດ, 2 ຄົນ​ຖືກ​ບາດ​ເຈັບ​ໜັກ​ໃນ​ຕອນ​ຄໍ່າ​ວັນ​ທີ 22/07, ຢູ່​ນະຄອນ​ທ່າ​ຟ໋າງ​​ເຈຶ໋ງ, ​ແຂວງ ກວາງຊີ, ປະ​ເທດຈີ​ນ, ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ​ເລ​ຫາຍ​ບິ່ງ ຢືນຢັນ​ວ່າ ພາຍ​ຫຼັງ​ໄດ​້ຮັບ​ຂ່າວ, ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ໄດ້​ຊີ້​ນຳ​​ໃຫ້​ບັນດາ​ອົງການ​ທຸ​ຕາ​ນຸທູດ​ຂອງ​ຫວຽດນາມ ຢູ່​ຈີນ ຮີບ​ເຮັ່ງ​ເຮັດ​ວຽກ​ກັບ​ບັນດາ​ອົງການກ່ຽວຂ້ອງ​ຂອງ​ຈີນ ກໍ່​ຄື​ແຂວງ​ກວາງຊີ ​ເພື່ອຮັບ​ຮູ້ຂໍ້​ມູນ, ຍາດຕິ​ພີ​ນ້ອງ​ຂອງ​ຜູ້​ຖື​ກ​ເຄາະ​ຮ້າຍ ​ເພື່ອ​ປິ່ນປົວ​ຜູ້​ຖືກ​ບາດ​ເຈັບຢ່າງທັນ​ການ ກໍ່​ຄື ​​ແກ້​ໄຂ​ວຽກ​ງານ​ທີ່​ກ່ຽວຂ້ອງ​ເຖິງຜູ້​ຖືກ​ເສຍ​ຊີວິດ.

        “​ໃນ​ວັນ​ທີ 23/7, ກົງ​ສູນ​ໃຫຍ່​ຫວຽດຍນາມ​ຢູ່ ໜານ​ໜິງ ​ໄດ້​ຮີບ​ເຮັ່ງ​ເຮັດ​ວຽກ​ກັບ​ບັນດາ​ອົງການ​ກ່ຽວຂ້ອງ​ຂອງ​ແຂວງ​ກວາງ​ຊີ ​ແລະ ຮຽກຮ້ອງ​ໃຫ້​ປິ່ນປົວ​ສອງ​ຄົນ​ຖືກບາດ​ເຈັບໃນ​ທັນທີ, ດ້ວຍ​ທຸກ​ວິທີ ​ແລະ ສືບສວນ​ເຫດການ​ນີ້​ໂດຍ​ໄວ. ຕອນ​ເຊົ້າ​ວັນ​ທີ 24/7, ຫົວໜ​້າກົມ​ກົງ​ສູນ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ໄດ້​ມີ​ການ​ພົບ​ປະ​ກັບ​ອັກຄະ​ລັດ​ຖະທູດ​ຈີນ​ຢູ່ ຮ່າ​ໂນ້ຍ​ເພື່ອ​ແລກປ່ຽນ​ກ່ຽວ​ກັບ​ເຫດການ​ນີ້”.

    ກ່ຽວຂ້ອງ​ເຖິງ​ຂ່າວ​ແຟງ​ລັງ​ ພວມ​ກັກ​ຊົ່ວຄາວ​ອຸປະກອນ​ດ້ານ​ການ​ທະຫານ​ງວດ​ໜຶ່ງທີ່​ຂົນ​ສົ່ງ​ຈາກ​ຫວຽດນາມ​ໄປ ຢູ​ແກຼນ, ທ່ານ ​ເລ​ຫາຍ​ບິ່ງ ​ໃຫ້​ຮູ້​ວ່າ, ນີ້​ແມ່ນ​ອຸປະກອນ​ດ້ານ​ການ​ທະຫານທີ່​ນຳ​ໄປ​ສ້ອມ​ແປງ ​ແລະ ບຸລະ​ປະ​ໃນ​ຂອບ​ເຂດ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ປະ​ເທດ​ລະຫວ່າງ​ຫວຽດນາມ ​ແລະ ຢູ​ແກຼນ. ວຽກ​ງານ​ນີ້​ເປັນ​ປົກ​ກະຕິ ​ແລະ ປະຕິບັດ​ຖືກຕ້ອງຕາມ​ກົດໝາຍ ​ແລະ ທຳນຽ​ມສາກົນ. ປະຈຸ​ບັນ, ບັນດາ​ອົງການ​ກ່ຽວຂ້ອງ​ຂອງ​ຫວຽດນາມ​ພວມ​ເຮັດ​ວຽກ​ກັບ​ຝ່າຍ​ທີ່​ກ່ຽວຂ້ອງຕ່າງໆ​ເພື່ອ​ແກ້​ໄຂ​ບັນດາ​ບັນຫາ​ກ່ຽວ​ກັບ​ລະບຽບ​ການ​ພາສີ​ເມື່ອ​ຜ່ານ​ແດນ​ແຟງ​ລັງ.

ຂ່າວ/ບົດ​ອື່ນ