ທູດພິເສດຂອງ ນາຍົກລັດຖະມົນຕີ ຫວຽດນາມ ຢ້ຽມຢາມ ນີກາຣາກວາ ຢ່າງເປັນທາງການ

(VOVWORLD) - ວັນທີ 24 ພຶດສະພາ, ໃນຂອບເຂດການຢ້ຽມຢາມ Nicaragua ຢ່າງເປັນທາງການ, ທ່ານ ຟ້າມແຊງເຈົາ, ທູດພິເສດຂອງ ນາຍົກລັດຖະມົນຕີ ຫວຽດນາມ, ໄດ້ເຮັດວຽກກັບ ທ່ານ Denis Moncada Colindres 
ທູດພິເສດຂອງ ນາຍົກລັດຖະມົນຕີ ຫວຽດນາມ ຢ້ຽມຢາມ ນີກາຣາກວາ ຢ່າງເປັນທາງການ  - ảnh 1(ພາບປະກອບ) 

ລັດຖະມົນຕີກະຊວງການຕ່າງປະເທດ ນີກາຣາກວາ ເພື່ອປຶກສາຫາລືວຽກງານປັບປຸງການພົວພັນທີ່ເປັນມູນເຊື້ອອັນດີງາມ ລະຫວ່າງ ປະຊາຊົນ ນີກາຣາກວາ ແລະ ຊາດຫວຽດນາມ. ທ່ານ Denis Moncada Colindres ລັດຖະມົນຕີກະຊວງການຕ່າງປະເທດກໍ່ ຢັ້ງຢືນການສະໜັບສະໜູນຂອງ ນີກາຣາກວາ ກ່ຽວກັບເລື່ອງທີ່ ທ່ານ ຟ້າມແຊງເຈົາ  ອອກສະໝັກເລືອກຕັ້ງຕຳແໜ່ງຜູ້ອຳນວຍການໃຫຍ່ອົງການຈັດຕັ້ງການສຶກສາ, ວິທະຍາສາດ ແລະ ວັດທະນະທຳ  ສະຫະປະຊາຊາດ (UNESCO) ໃນອາຍຸການຈະມາເຖິງ.

        ໃນການຢ້ຽມຢາມຄັ້ງນີ້, ທ່ານ ຟ້າມແຊງເຈົາ ມີການພົບປະກັບການນຳຄະນະກຳມະການສຶກສາແຫ່ງຊາດ ນີກາຣາກວາ (CNE).

ຕອບກັບ

ຂ່າວ/ບົດ​ອື່ນ