ທູດພິເສດຂອງສປຊໄປຍັງຊີຣີຊອກຫາຂໍ້ຕົກລົງຢຸດຍິງຢູ່Aleppo

ທູດພິເສດຂອງສປຊໄປຍັງຊີຣີຊອກຫາຂໍ້ຕົກລົງຢຸດຍິງຢູ່Aleppo - ảnh 1
ນັບ​ແຕ່​ເດືອນ 3/2011, ຢູ່​ຊີ​ຣີ ເກີດ​ການ​ປະ​ທະ​ກັນ, ມີ​ປະ​ມານ 220.000 ຄົນ​ເສຍ​ຊີ​ວິດ
(ພາບ: AFP)

(vovworld) – ວັນ​ທີ 28/2, ທູ​ດ​ພິ​ເສດ​ຂອງ ສ​ປ​ຊ ກ່ຽວ​ກັບ ຊີ​ຣີ, ທ່ານ Stafan de Mistura ໄດ​້​ໄປ​ຍັງນະ​ຄອນຫຼວງ Damascus ຂອງ ຊີ​ຣີ, ເພື່ອ​ເຈ​ລະ​ຈາ​ກັບ​ວົງ​ການ​ເຈົ້າ​ໜ້າ​ທີ່​ປະ​ເທດນີ້​ກ່ຽວ​ກັບ​ການ​ເຊື່ອມ​ຕໍ່​ຂໍ້​ຕົກ​ລົງ​ຢຸດ​ຍິງ​ຢູ່​ນະ​ຄອນ Aleppo. ການ​ຢ້ຽມ​ຢາມ ຊີ​ຣີ ໃນ​ເວ​ລາ 2 ວັນ​ຂອງ​ທ່ານ Mistura ດຳ​ເນີນ​ໄປ​ໃນ​ສະ​ພາບ​ການ​ປະ​ທະ​ກັນ​ລະ​ຫວ່າງກອງ​ທັບລັດ​ຖະ​ບານ ແລະ ກຳ​ລັງ​ລຸກ​ຮື້​ຂຶ້ນ​ຍັງ​ຄົງ​ສືບ​ຕໍ່​ເກີດ​ຂຶ້ນ​ຢູ່ຫຼາຍ​ບ່ອນ. ປະ​ຈຸ​ບັນ, ກຳ​ລັງ​ຂອງ​ທ່ານ​ປ​ະ​ທາ​ນາ​ທິ​ບໍ​ດີ Bashar Al Assad ຍາດ​ໄດ້ສິດ​ຄວບ​ຄຸມ​ຈາກ​ກຳ​ລັງ​ຝ່າຍ​ຄ້ານ, ຫຼາຍ​ບ່ອນ​ຢູ່​ພາກ​ໃຕ້. ໃນ​ການ​ພົບ​ປະ​ກັບ​ວົງ​ການ​ເຈົ້າ​ໜ້າ​ທີ່ ຊີ​ຣີ, ທ່ານ Mistura ຫວັງ​ວ່າ​ຈະ​ສ້າງ​ຕັ້ງ​ແຜນ​ການ​ຂອງ ສ​ປ​ຊ ຍິ່ງ​ໄວ​ກໍ່​ຍິ່ງ​ດີ, ເພື່​ອ​ແນ​ໃສ່​ຢຸດ​ຕິ​ການ​ປະ​ທະ​ກັນ​ຢູ່​ນະ​ຄອນ Aleppo ແລະ ມຸ່ງ​ໄປ​ເຖິງ​ການ​ປະ​ຕິ​ບັດ​ການ​ຢຸດ​ຍິງ​ຢູ່​ນະ​ຄອນ​ໃຫຍ່ຫຼ​າຍ​ແຫ່ງ. ອາ​ທິດ​ກ່ອນ, ລັດ​ຖະ​ບານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ຊີ​ຣີ Bashar Al Assad ໄດ້​ເຫັນ​ດີ​ຈະ​ຢຸດ​ຕິ​ການ​ບຸກ​ໂຈມ​ຕີ​ເຂົ້າ Aleppo ໃນ​ເວ​ລາ 6 ອາ​ທິດ​ເພື່ອ​ປະ​ຕິ​ບັດ​ຄຳ​ສັ່ງ​ຢຸດ​ຍິງ​ມະ​ນຸດ​ສະ​ທ​ຳ.


ຂ່າວ/ບົດ​ອື່ນ