ທົ່ວປະເທດຫວຽດນາມສະເຫລີມສະຫລອງ40ປີແຫ່ງວັນປົດປ່ອຍພາກໃຕ້ຫວຽດນາມ,ໂຮມປະເທດຊາດເປັນເອກະພາບ

ທົ່ວປະເທດຫວຽດນາມສະເຫລີມສະຫລອງ40ປີແຫ່ງວັນປົດປ່ອຍພາກໃຕ້ຫວຽດນາມ,ໂຮມປະເທດຊາດເປັນເອກະພາບ - ảnh 1
ທ່ານເລ​ຮົ່ງ​ແອງ, ກຳ​ມະ​ການ​ກົມ​ການ​ເມືອງ ກ່າວ​ຄຳ​ເຫັນ​ນະ​ພິ​ທີ
ພາບ:baomoi.com

 (vovworld)-​ ​​ວັນ​ທີ 27/4, ​ແຂວງ ກາ​ເມົາໄດ້​ຈັດ​ຕັ້ງ​ພິ​ທີ​​ສະ​ເຫລີມ​ສະ​ຫລອງ 40 ປີ​ແຫ່ງວັນ​ປົດ​ປ່ອຍ​ພາກ​ໃຕ້​ຫວຽດ​ນາມ, ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ (30/4/1975- 30/4/2015). ກ່າວ​ຄຳ​ເຫັນ​ນະ​ທີ່ນີ້, ທ່ານເລ​ຮົ່ງ​ແອງ, ກຳ​ມະ​ການ​ກົມ​ການ​ເມືອງ, ຜູ້​ປະ​ຈຳ​ຄະ​ນະ​ເລ​ຂາ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ເຊື່ອ​ໝັ້ນ​ວ່າ ດ້ວຍ​ມູນ​ເຊື້ອ​ປ​ະ​ຕິວ​ັດ ແລະ ຜົນ​ງານ​ທີ່​ບັນ​ລຸ​ໄດ້​ໃນ​ຊຸມ​ປີ​ຜ່ານ​ມາ, ອົງ​ຄະ​ນະ​ພັກ, ອຳ​ນາດ​ການ​ປົກ​ຄອງ ແລະ ປະ​ຊາ​ຊົນ​ແຂວງ ກາ​ເມົາ ຈະ​ສືບ​ຕໍ່​ນຳ ກາ​ເມົາ ພັດ​ທະ​ນາ​ຢ່າງວ່ອງ​ໄວ ແລະ ໝັ້ນ​ຄົງ​. ໃນ​ຂະ​ນະ​ນັ້ນ, ຕອນ​ເຊົ້າ​ວັນ​ດຽວ​ກັນ, ແຂວງ ອານ​ຢາງ ກ​ໍ​ໄດ້​ຈັດ​ຕັ້ງ​ພິ​ທີສະ​ເຫລີມ​ສະ​ຫລອງ 40 ປີ​ແຫ່ງວັນ​ປົດ​ປ່ອຍ​ພາກ​ໃຕ້​ຫວຽດ​ນາມ, ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ. ກ່າວ​ຄຳ​ເຫັນ​ນະ​ທີ່ນີ້, ທ່ານ ດີງ​ເທ​ຮີງ, ກຳ​ມະ​ການ​ກົມ​ການ​ເມືອງ, ເລ​ຂາ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ, ຫົວ​ຫນ້າ​ຄະ​ນະ​ໂຄ​ສະ​ນາ​ສຶກ​ສາ​ສູນ​ກາງ ເນັ້ນ​ຫນັກ​ວ່າ: ອົງ​ຄະ​ນະ​ພັກ, ອຳ​ນາດ​ການ​ປົກ​ຄອງ ແລະ ປະ​ຊາ​ຊົນ​ແຂວງ ອານ​ຢາງ​ສືບ​ຕໍ່​ອອກ​ແຮງ​ແຂ່ງ​ຂັນ, ມາ​ນະ​ພະ​ຍາ​ຍາມ​ນຳ​ແຂວງ ພັດ​ທະ​ນາ​ຢ່າງວ່ອງ​ໄວ, ໝັ້ນ​ຄົງ​ເຂັ້ມ​ແຂງກວ່າ, ປະ​ກອບ​ສ່ວນ​ຫລາຍກວ່າ​ໃຫ້​ແກ່​ການ​ພັດ​ທະ​ນາ​ລວມ​ຂອງ​ປະ​ເທດ​ຊາດ.

ຕອນ​ເຊົ້າ​ວັນ​ດຽວ​ກັນ, ນະ​ຄອນ ໂຮ່​ຈິ​ມີນ ໄດ້​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ຫລາຍ​ຢ່າງ​ເພື່ອ​ສະ​ເຫລີມ​ສະ​ຫ​ອ​ງ40 ປີ​ແຫ່ງວັນ​ປົດ​ປ່ອຍ​ພາກ​ໃຕ້​ຫວຽດ​ນາມ, ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ. ໃນ​ນັ້ນ ໄດ້​ສະ​ເຫນີ​ຕົວ​ສູນ​ສື່ມວນ​ຊົນ​ໂຄ​ສະ​ນາ​ກ່ຽວ​ກັບ​ວັນ​ສຳ​ຄັນ​ດັ່ງ​ກ່າວ ແລະ ໄຂ​ງານ​ວາງ​ສະ​ແດງ​ຮູບ​ພາບ ກ່ຽວ​ກັບ​ສົງ​ຄາມ ຂ​ອງ​ນັກ​ຖ່າຍ​ຮູບ ຮ່​ວາງວັນ​ສັກ​ຂອງ​ຫວຽດ​ນາມ ແລະ​ Ishikawa Bunyo ຂອງ​ຍີ່​ປຸ່ນ.

ຂ່າວ/ບົດ​ອື່ນ