ທົ່ວສັງຄົມເບິ່ງແຍງຜູ້ທີ່ມີຄຸນງາມຄວາມດີຕໍ່ປະເທດຊາດ

(VOVWORLD) -ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມໄດ້ຈັດກອງປະຊຸມສະຫຼຸບບັ້ນຂົນຂວາຍທົ່ວປວງຊົນເຂົ້າຮ່ວມ “ ການຕອບບຸນແທນຄຸນ” ມຸ່ງໄປສູ່ການສະເຫຼີມສະຫຼອງ 70 ປີແຫ່ງວັນທະຫານເສຍອົງຄະ-ນັກຮົບເສຍສະຫຼະຊີວິດເພື່ອຊາດ
ທົ່ວສັງຄົມເບິ່ງແຍງຜູ້ທີ່ມີຄຸນງາມຄວາມດີຕໍ່ປະເທດຊາດ - ảnh 1ທ່ານ ເຈີນແທງເມີ້ນ ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມກ່າວຄຳເຫນທີ່ກອງປະຊຸມ 

ຕອນບ່າຍວັນທີ 24/7, ຢູ່ຮ່າໂນ້ຍ, ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມໄດ້ຈັດກອງປະຊຸມສະຫຼຸບບັ້ນຂົນຂວາຍທົ່ວປວງຊົນເຂົ້າຮ່ວມ “ ການຕອບບຸນແທນຄຸນ” ມຸ່ງໄປສູ່ການສະເຫຼີມສະຫຼອງ 70 ປີແຫ່ງວັນທະຫານເສຍອົງຄະ-ນັກຮົບເສຍສະຫຼະຊີວິດເພື່ອຊາດ( 27/7/1947 – 27/7/2017) . ພາຍຫຼັງປຸກລະດົມບັ້ນຂົນຂວາຍຍອດສູງທົ່ວປວງຊົນເຂົ້າຮ່ວມ “ ການຕອບບຸນແທນຄຸນ”ເປັນເວລາ 3 ເດືອນ, ມາຮອດປະຈຸບັນ ຍອດຈຳນວນທີ່ເລ້ຍລາຍມາໄດ້ແມ່ນເກືອບ 200 ຕຶ້ດົງ, ປຸກສ້າງໃໝ່ ແລະ ສ້ອມແປງເຮືອນໄດ້ເກືອບ 19.000 ຫຼັງລວມມູນຄ່າ 736 ຕື້ດົງ ພ້ອມກັບຂອງຂວັນເກືອບ 208.000 ພູດລວມມູນຄ່າ ເກືອບ 122 ຕຶ້ດົງ.

    ທີ່ກອງປະຊຸມ, ທ່ານ ເຈີນແທງເມີ້ນ ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ສະເໜີສືບຕໍ່ສ້າງບັນດານະໂຍບາຍໃຫ້ສົມບູນແບບ, ພ້ອມທັງຍູ້ແຮງວຽກງານໂຄສະນາ, ສຶກສາອົບຮົມປະຊາຊົນທຸກຊັ້ນຄົນ, ພິເສດແມ່ນຄົນລຸ່ນໜຸ່ມກ່ຽວກັບໝາກຜົນຂອງວຽກງານທະຫານເສຍອົງຄະ-ນັກຮົບເສຍສະຫຼະຊີວິດເພື່ອຊາດ ແລະ ຜູ້ທີ່ມີຄຸນງາມຄວາມດີຕໍ່ປະເທດຊາດ

ຕອບກັບ

ຂ່າວ/ບົດ​ອື່ນ