ພິທີສົ່ງຄະນະນັກກິລາຫວຽດນາມ ເດີນທາງເຂົ້າຮ່ວມ ASIAD 2018

(VOVWORLD) -ຕອນເຊົ້າວັນທີ 14 ສິງຫາ, ຢູ່ທ່າອາກາດສະຍານສາກົນໂນ້ຍບ່າຍ, ບໍລິສັດໃຫຍ່ການບິນຫວຽດນາມ ໄດ້ສົມທົບກັບກົມໃຫຍ່ກິລາກາຍຍະກຳ - ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫວຽດນາມ ຈັດຕັ້ງພິທີສົ່ງຄະນະນັກກິລາຫວຽດນາມ ເດີນທາງໄປອິນໂດເນເຊຍ ເຂົ້າຮ່ວມງານມະຫາກຳກິລາອາຊີ (ASIAD) 2018.

ພິທີສົ່ງຄະນະນັກກິລາຫວຽດນາມ ເດີນທາງເຂົ້າຮ່ວມ ASIAD 2018 - ảnh 1ທີສົ່ງຄະນະນັກກິລາຫວຽດນາມ ເດີນທາງເຂົ້າຮ່ວມ ASIAD 2018

(ພາບ: thethao.sggp.org.vn)

ທີ່ ASIAD 2018, ຄະນະນັກກິລາຫວຽດນາມ ໄດ້ເຂົ້າຮ່ວມງານມະຫາກຳກິລາ ດ້ວຍຈຳນວນນັກກິລາຫຼາຍກວ່າໝູ່ນັບແຕ່ກ່ອນມາຮອດປະຈຸບັນ. ໃນຕອນເຊົ້າວັນທີ 14 ສິງຫາ, ຄະນະພະນັກງານ ແລະ ນັກກິລາຂອງບັນດາທິມກິລາອຸປະກອນ, ລອຍນ້ຳ ແລະ ຍິງປືນ ໄດ້ມີໜ້າຢູ່ສະໜາມບິນໂນ້ຍບ່າຍ ເພື່ອເດີນທາງໄປແຂ່ງຂັນ.

        ໃນວັນທີ 16 ສິງຫາ, ພິທີຊັກທຸງຂອງຄະນະນັກກິລາຫວຽດນາມ ທີ່ ASIAD ຈະດຳເນີນຢູ່ບ້ານກິລາ ຈາກາກຕາ.

ຕອບກັບ

ຂ່າວ/ບົດ​ອື່ນ