ທ້ອງຖິ່ນຕ່າງໆປະກາດໝາກຜົນການເລືອກຕັ້ງສສຊແລະສະມາຊິກສະພາປະຊາຊົນທຸກຂັ້ນ

ທ້ອງຖິ່ນຕ່າງໆປະກາດໝາກຜົນການເລືອກຕັ້ງສສຊແລະສະມາຊິກສະພາປະຊາຊົນທຸກຂັ້ນ - ảnh 1
(ແຂວງ​ດ້ຽນ​ບ​ຽນ ​ປະ​ກາດ​ໝາກ​ຜົນ​ການ​ເລືອ​ກ​ຕັ້ງ​ສ​ສ​ຊ​ຊຸດ​ທີ 14
ແລະ ​ສະ​ມາ​ຊິກສະ​ພາ​​ປ​ຊ​ຊ ອາ​ຍຸ​ການ 2016 – 2021)

(vovworld) - ແຂວງ​ດ້ຽນ​ບ​ຽນ ຫາກໍ່​ປະ​ກາດ​ໝາກ​ຜົນ​ການ​ເລືອ​ກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 14 ແລະ ​ສະ​ມາ​ຊິກສະ​ພາ​ປະ​ຊາ​ຊົນ​ແຂວງ​ດ້ຽນ​ບຽນ, ອາ​ຍຸ​ການ 2016 – 2021. ຕາມນັ້ນ​ແລ້ວ, ຜູ້​ມີ​ສິດ​ເລືອກ​ຕັ້ງ​ເຂົ້າ​ຮ່ວມ​ການ​ປ່ອນ​ປັດ​ເລືອກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ບັນ​ລຸ​ອັດ​ຕາ 99,90%. ໃນ​ນັ້ນ, ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງເປັນ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ 10 ຄົນ​ຢູ່​ແຂວງ​ດ້ຽນ​ບຽນ, ມີ 6 ຄົນ​ໄດ້​ຮັບ​ການ​ເລືອກ​ຕັ້ງ. ກ່ຽວ​ກັບ​ການ​ເລືອກ​ຕ​ັ້ງ​ສະ​ມາ​ຊິກ​ສະ​ພາ​ປະ​ຊາ​ຊົນ​ທຸກ​ຂັ້ນ, ແຂວງ ດ້ຽນ​ບຽນ ມີ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ໄປ​ປ່ອນ​ບັດບັນ​ລຸ​​ອັດ​ຕາ 99,90% ແລະ ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ​​ສະ​ມາ​ຊິກ​ສະ​ພາ​ປະຊາ​ຊົົນ 86 ຄົນ, ມີ 51 ຄົນໄດ້​ຮັບ​ເລືອກ​ຕັ້ງ, ​ຄົບ​ຕາມ​ຈຳ​ນວນ​ສະ​ມາ​ຊິກ​ທີ່​ໄດ້​ກຳ​ນົດ.

        ວັນ​ທີ 30/05, ທ່ານ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ຕ່ຽນ​ຢາງ ກໍ່​ເຊັ່ນ​ຂໍ້​ຕົກ​ລົງ​ປະ​ກາດ​ໝາກ​ຜົນ​ການ​ເລື​ອກ​ຕັ້ງສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 14 ແລະ ​​ບັນຊີ​ລາຍ​ຊື່ສະ​ມາ​ຊິກສະ​ພາ​ປະ​ຊາ​ຊົນ​ແຂວງ​ຕ່ຽນ​ຢາງ ຊຸດ​ທີ 4 ອາ​ຍຸ​ການ 2016 – 2021. ກ່ຽວ​ກັບ​ການ​ເລືອກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 14 ແຂວງ​ຕຽນ​ຢາງ ໄດ້​ເລືອກ​​ຕັ້ງສະ​ມາ​ຊິກ 8 ທ່ານ, ສະ​ມາ​ຊິກ​ສະ​ພາ​ປະ​ຊາ​ຊົນ​ແຂວງ​ຊຸດ​ທີ 4 ແມ່ນ 64 ທ່ານ ​ຄົບ​ຕາມ​ຈຳ​ນວນ​ສະ​ມາ​ຊິກ​ທີ່​ໄດ້​ກຳ​ນົດ.

        ຕາ​ມ​ຄະ​ນະ​ກຳ​ມະ​ການ​ເລືອກ​ຕັ້ງ​ແຂວງ​ຕວຽນ​ກວາງ​ແລ້ວ, ແຂວງ​ໄດ້​ເລືອກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ 6 ທ່ານ, ສະ​ມາ​ຊິກ​ສະ​ພາ​ປະ​ຊາ​ຊົນ​ຂັ້ນ​ແຂວງ 59 ທ່ານ ແລະ ສະ​ມ​າ​ຊິກ​ສະ​ພາ​ປະ​ຊາ​ຊົນ​ເມືອງ, ນະ​ຄອນ 252 ທ່ານຄົບ​ຕາມ​ຈຳ​ນວນ​ສະ​ມາ​ຊິກ​ທີ່​ໄດ້​ກຳ​ນົດ.

ຂ່າວ/ບົດ​ອື່ນ