ທ້ອງຖິ່ນຕ່າງໆສູ້ຊົນຮອດປີ2020ສຳເລັດການປະກັນສຸຂະພາບໃຫ້ແກ່ປະຊາຊົນ90%

ທ້ອງຖິ່ນຕ່າງໆສູ້ຊົນຮອດປີ2020ສຳເລັດການປະກັນສຸຂະພາບໃຫ້ແກ່ປະຊາຊົນ90% - ảnh 1
(ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ດຶກ​ດາມ
ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ)

(vovworld) - ​ຕອນ​ເຊົ້າ​ວັນ​ທີ 29/06, ຢູ່​ຮ່າ​ໂນ້ຍ, ອົງ​ການປະ​ກັນ​ໄພ​ສັງ​ຄົມ​ຫວຽດ​ນາມ ໄດ້​ສົມ​ທົບ​ກັບ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ຜັນ​ຂະ​ຫຍາຍ​ວຽກ​ງານ​ການ​ພັດ​ທະ​ນາ​ປະ​ກັນ​ສຸ​ຂະ​ພາບ​ໄລ​ຍະ 2016 – 2020. ເຂົ້າ​ຮ່ວມ ແລະ ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ດຶກ​ດາມ ຢືນ​ຢັນ​ວ່າ, ດ້ວຍ​ຄວາ​ມ​ສຳ​ຄັ​ນ​ຂອງ​​ການປະ​ກັນ​ໄພ​ເວົ້າ​ລວມ ແລະ ປະ​ກັນ​ສຸ​ຂະ​ພາບ​ເວົ້າ​ສະ​ເພາະ, ລັດ​ຖະ​ບານ ໄດ້​ວາງ​ອອກ​ຄວາມ​ຕັດ​ສິນ​ໃຈ​ດັດປັບ​​ຕົວ​ເລກ​ຄາດ​ໝາຍ​ໃຫ້ປະ​ຊາ​ຊົນ​ເຂົ້າ​ຮ່ວມ​ການ​ປະ​ກັນ​ສຸ​ຂະ​ພາບແຕ່ 80% ຂຶ້ນ​ເຖິງ 90 % ໃນ​ປີ 2020. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ດຶກ​ດາມ ສະ​ເໜີ​ວ່າ.

        “ຂະ​ພະ​ເຈົ້າ​ສະ​ເໜີ​ວ່າ, ໃນ​ໄລ​ຍະ​ຈະ​ມາ​ເຖິງ, ເພື່ອ​ຍົກ​ສູງ​ຄຸນ​ນະ​ພາບ​ການ​ຮັບ​ໃຊ້​ລູກ​ຄ້າ​ ​ຊື້​ປະ​ກັນ​ສຸ​ຂະ​ພາບ, ບັນ​ດາ​ລະ​ບຽບ​ການ​ຄຸ້ມ​ຄອງບ​ໍ​ລິ​ຫານ​ໃນ​ປະ​ກັນ​ສຸ​ຂະ​ພາບ​ທີ່​ຊ້ຳ​ຊ້ອນ​ກັນຈະ​ໄດ້​ເຮັບ​ການ​ຍົກ​ເລີກ. ຂະ​ແໜງ​ສາ​ທາ​ລະ​ນະ​ສຸກ​ຄວາມ​ປ່ຽນ​ໃໝ່​ຄຸນ​ນະ​ພາບ​ການກວດ, ປ​ິ່ນ​ປົວ​ພະ​ຍາດ​ດ້ວຍ​ບັດ​ປະ​ກັນ​ສຸ​ຂະ​ພາບ. ນີ້​ແມ່ນ​ແຜນ​ນະ​ໂຍ​ບາຍ​ທີ່​ໃຫຍ່​ຫຼວງ, ມີ​ຄວາມ​ໝາຍ​ຫຼາຍ​ດ້ານ. ບັນ​ດາ​ຫົວ​ໜ່ວຍ​ຕ້ອງ​ເພີ່ມ​ທະ​ວີ​ການ​ໂຄ​ສະ​ນາ​ຄວາມ​ໝາຍ​ຂອງ​ປະ​ກັນ​ສຸ​ຂະ​ພາບ​ເຖິງ​ປະ​ຊ​າ​ຊົນ.”

ຂ່າວ/ບົດ​ອື່ນ