ທ້ອງຖິ່ນຕ່າງໆເລີ່ມເຄື່ອນໄຫວເດືອນຊາວໜຸ່ມ2017

ທ້ອງຖິ່ນຕ່າງໆເລີ່ມເຄື່ອນໄຫວເດືອນຊາວໜຸ່ມ2017 - ảnh 1
ຄະ​ນະ​ຊາວ​ໜຸ່ມ​ນະ​ຄອນຮ່າ​ໂນ້ຍຈັດ
“ພິ​ທີ​ປຸກ​ລະ​ດົມ ແລະ ​ພິ​ທີເຄື່ອນ​ພົນ​ເດືອນ​ຊາວ​ໜຸ່ມ​ປີ 2017”
(ພາບ: tienphong.vn)


(vovworld) - ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະ​ຫຼອງວັນ​ສ້າງ​ຕັ້ງ​ຄະ​ນະ​ຊາວ​ໜຸ່ມກອມ​ມູ​ນິດ​ໂຮ່​ຈິ​ມິນ, ຕອນ​ເຊົ້າ​ວັນ​ທີ 25/02, ຄະ​ນະ​ຊາວ​ໜຸ່ມ​ແຂວງ​ເຊີນ​ລາ ໄດ້​ຈັດ​ພິ​ທີເລີ່​ມ​ເຄື່ອ​ນ​ໄຫວ​ເດືອນ​ຊາວ​ໜຸ່ມ 2017 ຢູ່​ເມືອງ ມາຍ​ເຊີນ. ໃນ​ເດືອນ​ຊາວ​ໜຸ່ມ, ຄາດ​ວ່າຄະ​ນະ​ຊາວ​ໜຸ່ມ​ແຂວງ ​ຈະ​ປູ​ທາງ​ເບ​ຕົງ​ຢູ່​ຕາ​ແສງ ເມື່ອງບອນ, ເມືອງ​ມາຍ​ເຊີນ; ບໍ​ລິ​ຈາກ​ເລືອດ​​ອາ​ສາ​ສະ​ໝັກ ແລະ ບັນ​ດາກ​ານ​ເຄື່ອນ​ໄຫວ​ທຳ​ຄວາມ​ສະ​ອາດ​ສິ່ງ​ແວດ​ລ້ອມ… ທ່ານ​ເລ​ຂາ​ຄະ​ນະ​ຊາວ​ໜຸ​່ມ​ແຂວງ​ເຊີນ​ລາ ລາ​ວ່າງ​ອາ​ລາ ໃຫ້​ຮູ້​ວ່າ.

        “ຜ່ານ​ບັນ​ດາ​ການ​ເຄື່ອນ​ໄຫ​ວ​ຂອງ​ເດືອນ​ຊາວ​ໜຸ່​ມ, ຄະ​ນະ​ປະ​ຈຳ​ຄະ​ນະ​ຊາວ​ໜຸ່ມ​ແຂວງ ປາດ​ຖະ​ໜາ​ຢາກ​ສຶກ​ສາ​ມູນ​ເຊື້ອ​ອັນ​ສະ​ຫງ່າ​ລາ​ສີ​ຂອງ​ຄະ​ນະ​ຊາວ​ໜຸ່ມ, ປະ​ກອບ​ສ່ວນ​ຍົກ​ສູງ​ສະ​ຕິ, ຄວາມ​ຮັບ​ຜິດ​ຊອບ​ຂອງ​ໄວ​ໜຸ່ມ​ໃນ​ການ​ຮ່ວມ​ແຮງ​ຮ່ວມ​ໃຈ​ພ້ອມ​ກັບ​ຄະ​ນະພັກ, ອຳ​ນາດ​ການ​ປົກ​ຄອງ ແລະ ປະ​ຊາ​ຊົນ​ປະ​ຕິ​ບັດ​ບັນ​ດາ​ຄາດ​ໝາຍ​ກ່ຽວ​ກັບ​ດ້ານ​ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ, ສັງ​ຄົມ… ຂອງ​ແຂວງ”.

        ແລະ​ກໍ​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ, ຢູ່​ຕາ​ແສງ ຕ໋ຽນ​ແທ່ງ, ນະ​ຄອ​ນ​ຟານ​ທ໋ຽດ, ແຂວງ ບິ່ງ​ທ້ວນ, ຄະ​ນະ​ຊ​າວ​ໜຸ່ມ​ແຂວງ ໄດ້​ຈັດພິ​ທີ​ເຄື່ອນ​ພົນ “ເດືອນ​ຊາວ​ໜຸ່​ມ” 2017 ດ້ວຍ​ການ​ເຂົ້າ​ຮ່ວ​ມ​ຂອງ​ພະ​ນັກ​ງານ, ສະ​ມາ​ຊິກ​ຊາວ​ໜຸ່ມ, ຊາວ​ໜຸ່ມກວ່າ 500 ຄົນ.

        ຢູ່​ຮ່າ​ໂນ້ຍ, ຕອນ​ເຊົ້າ​ວັນ​ທີ 25/02, ຄະ​ນະ​ຊາວ​ໜຸ່ມ​ນະ​ຄອນ ກໍ່​ຈັດ “ພິ​ທີ​ປຸກ​ລະ​ດົມ ແລະ ​ພິ​ທີເຄື່ອນ​ພົນ​ເດືອນ​ຊາວ​ໜຸ່ມ​ປີ 2017” ເຊັ່ນ​ດຽວ​ກັນ.

ຂ່າວ/ບົດ​ອື່ນ