ທ້ອງຖິ່ນຕ່າງໆໃນທົ່ວປະເທດປຸກລະດົມວັນບຸນປູກຕົ້ນໄມ້ຍາມຕົ້ນລະດູບານໃໝ່

(VOVWORLD) -ຕອນເຊົ້າວັນທີ 11 ກຸມພາ, ຢູ່ແຂວງ ເຊີນລາ ໄດ້ຈັດພິທີປຸກລະດົມວັນບຸນປູກຕົ້ນໄມ້ຍາມຕົ້ນລະດູບານໃໝ່ປີກຸນ. ທີ່ພິທີ, ບັນດາອົງການ, ຫົວໜ່ວຍໄດ້ປູກຕົ້ນໄມ້ຫຼາຍຊະນິດກວ່າ 300 ຕົ້ນ.

ທ້ອງຖິ່ນຕ່າງໆໃນທົ່ວປະເທດປຸກລະດົມວັນບຸນປູກຕົ້ນໄມ້ຍາມຕົ້ນລະດູບານໃໝ່ - ảnh 1

ແຂວງ ລາວກາຍ ປຸກລະດົມວັນບຸນປູກຕົ້ນໄມ້ຍາມຕົ້ນລະດູບານໃໝ່ 

(ພາບ: nhandan.com.vn)

ການເຄື່ອນໄຫວດັ່ງກ່າວແມ່ນເພື່ອແນໃສ່ຍົກສູງສະຕິຄວາມຮັບຮູ້ກ່ຽວກັບຜົນປະໂຫຍດຂອງການປູກຕົ້ນໄມ້ເປັນປ່າ, ປະກອບສ່ວນສ້າງນະຄອນໃຫ້ພັດທະນາຢ່າງຮອບດ້ານ, ໝັ້ນຄົງຍາວນານ, ຮັບປະກັນສິ່ງແວດລ້ອມເຂດຕົວເມືອງໃຫ້ຂຽວ, ສະອາດ ແລະ ສວຍງາມ.

        ຢູ່ຫຼາຍທ້ອງຖິ່ນ, ຫົວໜ່ວຍຂອງແຂວງ ລາວກາຍ ກໍ່ເລີ່ມປຸກລະດົມວັນບຸນປູກຕົ້ນໄມ້ຍາມຕົ້ນລະດູບານໃໝ່ ໃນບັນຍາກາດເປີດບ່ານມ່ວນຊື່ນ. ຄາດວ່າຈະມີຕົ້ນໄມ້ 4 ແສນຕົ້ນຈະໄດ້ປູກໃນໂອກາດນີ້.

        ແລະກໍ່ໃນວັນທີ 11 ກຸມພາ, ຢູ່ເຂດປູຊະນີຍະສະຖານ ວິຫານ ຮຸ່ງ, ແຂວງ ຟຸທໍ້ ກໍ່ໄດ້ຈັດພິທີປູກລະດົມວັນບຸນ “ປູກຕົ້ນໄມ້ຄິດຮອດຄິດເຖິງລຸ່ງໂຮ່ ຕະຫຼອດໄປ” ລະດູບານໃໝ່ປີກຸນ 2019. ຕາມນັ້ນແລ້ວ, ປີ 2019 ແຂວງ ຟຸທໍ້ ຈະປູກຕົ້ນໄມ້ກວ່າ 463 ໝື່ນຕົ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ