ທ່ອງທ່ຽວຕ້ອງກາຍເປັນຂະແໜງປາຍແຫຼມຂອງຫວຽດນາມ

ທ່ອງທ່ຽວຕ້ອງກາຍເປັນຂະແໜງປາຍແຫຼມຂອງຫວຽດນາມ - ảnh 1
(ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽນ​ຊວນ​ຟຸກ
ເຂົ້າ​ຮ່ວມກອງ​ປະ​ຊຸມ​ສ​ະຫຼຸບ​ວຽກ​ງານ​ວັດ​ທະ​ນະ​ທຳ, ກິ​ລາ, ແລະ ທ່ອງ​ທ່ຽວ)

(vovworld) – ຕອນ​ເຊົ້າ ວັນ​ທີ 12/1 ຢູ່​ຮ່າ​ໂນ້ຍ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽນ​ຊວນ​ຟຸກ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ດຶກ​ດາມ ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສ​ະຫຼຸບ​ວຽກ​ງານ​ວັດ​ທະ​ນະ​ທຳ, ກິ​ລາ, ແລະ ທ່ອງ​ທ່ຽວ  ປີ 2016, ຜັນ​ຂະ​ຫຍາຍ​ໜ້າ​ທີ່​ປີ 2017 ຂອງ​ກະ​ຊວງວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວ.

        ກ່າວ​ຄຳ​ເຫັນ​ຊີ້​ນຳ​ກອງ​ປະ​ຊຸມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽນ​ຊວນ​ຟຸກ ຕີ​ລາ​ຄາ​ສູງ​ບັນ​ດາ​ໝາກ​ຜົນ​ຂອງ​ຂະ​ແໜງ​ໃນ​ປີ​ຜ່ານ​ມາ. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຖື​ວ່າ: ​ ເຖິງວ່າ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ ແລະ ທ່າ​ໄດ້​ປຽບພັດ​ທະ​ນາ​ໃຫຍ່​ແຕ່​ກຳ​ລັງ​ແກ້ງ​ແຍ້ງ​ຂອງ​ຂະ​ແໜງ​ທ່ອງ​ທ່ຽວ​ຍັງ​ຕ່ຳ ແລະ ຍັງ​ບໍ່​ທັນ​ກາຍ​ເປັນ​ຂະ​ແໜງ​ເສດ​ຖະ​ກິດ​ປາຍ​ແຫຼມ​ໃນ​ຈຸດ​ເວ​ລາື  ປະ​ຈຸ​ບັນ​ກໍ່​ຕາມ. ແຕ່​ເພື່ອ​ບັນ​ລຸ​ຈຸດ​ໝາຍ​ນຳ​ການ​ທ່ອງ​ທ່ຽວ​ໃຫ້​ກາຍ​ເປັນ​ຂະ​ແໜງ​ເສດ​ຖະ​ກິດ​ປາຍ​ແຫຼມ​ຂອງ​ຫວຽດ​ນາມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຖື​ວ່າ ຂະ​ແໜງ​ທ່ອງ​ທ່ຽວ​ຄວນ​ຕອບ​ໃຫ້​ໄດ້ 5 ຄຳ​ຖາມ:

        “ ຄຳ​ຖາມ​ທີ 1 ແມ່ນ​ເຮັດ​ແນວ​ໃດ​ເພື່ອ​ໃຫ້​ນັກ​ທ່ອງ​ທ່ຽວ​ຮູ້​ຈັກ​ເຖິງ​ຫວຽດ​ນາມ, ມາ​ຢ້ຽມ​ຢາມ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ນັບ​ມື້​ນັບຫຼາຍ​ກວ່າ ?  ເຮັດ​ແນວ​ໃດ​ເພື່ອ​ໃຫ້​ນັກ​ທ່ອງ​ທ່ຽ​ວ​ຢູ່​ຢ້ຽມ​ຢາມ​ເປັນ​ເວ​ລາ​ດົນ​ກວ່າ ? ເຮັດ​ແນວ​ໃດ​ເພື່ອ​ໃຫ້​ນັກ​ທ່ອງ​ທ່ຽວ​ໃຊ້​ຈ່າຍ​ເງິນ​ຫຼາຍກວ່າ​ແທນ​ທີ່​ໃຫ້​ບໍ່​ມີ​ຫຍັງ​ເພື່ອ​ໃຊ້​ຈ່າຍ ? ແລະ ເຮັດ​ແນວ​ໃດ​ເພື່ອ​ໃຫ້​ນັກ​ທ່ອງ​ທ່ຽວ​ໄດ​້​ເລົ່າ​ຄືນ​ບັນ​ດາ​ເລື່ອງ​ລາວ​ທ່ອງ​ທ່ຽວ​ທີ່​ຈັບ​ອົກ​ຈັບ​ໃຈ​ຕໍ່​ໝູ່​ເພື່ອນ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ກະ​ຕື​ລື​ລົ້ນ​ຢາກ​ມາ​ທ່ຽວ ? ພາບ​ພົດ​ຫ​ວຽດ​ນາມ​ຕົ້ນ​ຕໍ​ແມ່ນ​ຢູ່​​ບັນ​ຫານັ້ນ, ນຳ​ວັດ​ທະ​ນະ​ທຳ​ຫວຽດ​ນາມ​ອອກ​ສູ່​ຕ່າງ​ປະ​ເທດ​ແມ່ນ​ຜ່ານ​​ບັນ​ຫານັ້ນ. ຄໍ​ຖາມ​ສຸດ​ທ້າຍ​ແມ່ນ ເຮັດ​ແນວ​ໃດ​ເພື່ອ​ໃຫ້​ນັກ​ທ່ອງ​ທ່ຽວ​ກັບ​ຄືນ​ມາ​ທ່ອງ​ທ່ຽວ​​ໃໝ່​ອີກ  ໃນ​ເວ​ລາ​ໄວ​ທີ່​ສຸດ

        ປີ 2016 ຈຳ​ນວນ​ນັກ​ທ່ອງ​ທ່ຽວ​ສາ​ກົນ​ມາ​ຢ້ຽມ​ຢາມ​ຫວຽດ​ນາມ​ບັນ​ລຸ​ລະ​ດັບ​ສະ​ຖິ​ຕິ ດ້ວຍ 10 ລ້ານ​ເທື່ອ​ຄົນ, ເພີ່ມ​ຂຶ້ນ 26% ເມື່ອ​ທຽບ​ໃສ່​ປີ 2015. ລວມຍອດ​ລາຍ​ຮັບ​ຈາກ​ການ​ທ່ອງ​ທ່ຽວ​ບັນ​ລຸກວ່າ 400.000 ຕື້​ດົ່ງ, ບັນ​ລຸ​ຄາດ​ໝາຍ​ທີ່​ໄດ້​ວາງ​ອອກ​ກ່ອນ​ກຳ​ນົດ​ເວ​ລາ 4 ປີ.

ຂ່າວ/ບົດ​ອື່ນ