ທ່ອງທ່ຽວຫວຽດນາມ: ລາຍການທ່ອງທ່ຽວທໍາອິດ ເຊື່ອມຕໍ່ລະຫວ່າງ ສອງແຂວງ ແທັງຮວ໊າ - ຫົວພັນ

(VOVWORLD) -ຈະມີ 7 ລາຍການທ່ອງທ່ຽວ ເຊື່ອມຕໍ່ ກວານເຊີນ - ວຽງໄຊ ຈາກບັນດາສະຖານທີ່ທ່ອງທ່ຽວລືຊື່ຢູ່ ແທັງຮ໊ວາ, ນິງບິ່ງ, ຮວ່າບິ່ງ, ເຊີນລາ, ຊຽງຂວາງ, ຊຳເໜືອ.

ວັນທີ 15 ມີນາ, ຢູ່ຕາແສງ ເຊີນຖຸ໋ຍ, ເມືອງກວານເຊີນ, ພະແນກວັດທະນະທໍາ, ກິລາ ແລະ ທ່ອງທ່ຽວແຂວງແທັງຮວ໊າ  ໄດ້ສົມທົບກັບຄະນະກໍາມະການປະຊາຊົນເມືອງກວານເຊີນ ຈັດຕັ້ງພິທີປະກາດລາຍການທ່ອງທ່ຽວ ກວານເຊີນ (ແຂວງແທັງຮວ໊າ)  - ເມືອງ ວຽງໄຊ (ແຂວງຫົວພັນ - ປະເທດລາວ). ພິທີດັ່ງກ່າວ ແມ່ນເພື່ອແນໃສ່ໂຄສະນາ, ແນະນໍາການທ່ອງທ່ຽວ ກວານເຊີນ ແລະ ວຽງໄຊ ໃຫ້ແຂກທ່ອງທ່ຽວ ທັງຢູ່ພາຍໃນ ແລະ ຕ່າງປະເທດ, ສ້າງກາລະໂອກາດດຶງດູດການລົງທຶນ ແລະ ພັດທະນາການທ່ອງທ່ຽວ, ເພື່ອເປັນການຢັ້ງຢືນຄວາມສະໜິດຕິດພັນ, ໝັ້ນແກ່ນ, ປັບປຸງນໍ້າໃຈສາມັກຄີມິດຕະພາບລະຫວ່າງສອງແຂວງ ແທັງຮວ໊າ - ຫົວພັນ ເວົ້າລວມ ແລະ ສອງເມືອງ ກວານເຊີນ - ວຽງໄຊ ເວົ້າສະເພາະ. ຕາມນັ້ນແລ້ວ ຈະມີ 7 ລາຍການທ່ອງທ່ຽວ ເຊື່ອມຕໍ່ ກວານເຊີນ - ວຽງໄຊ ຈາກບັນດາສະຖານທີ່ທ່ອງທ່ຽວລືຊື່ຢູ່ ແທັງຮ໊ວາ, ນິງບິ່ງ, ຮວ່າບິ່ງ, ເຊີນລາ, ຊຽງຂວາງ, ຊຳເໜືອ.

ທ່ອງທ່ຽວຫວຽດນາມ: ລາຍການທ່ອງທ່ຽວທໍາອິດ ເຊື່ອມຕໍ່ລະຫວ່າງ ສອງແຂວງ ແທັງຮວ໊າ  - ຫົວພັນ - ảnh 1 ພິທີປະກາດລາຍການທ່ອງທ່ຽວ ກວານເຊີນ (ແຂວງແທັງຮວ໊າ)  - ເມືອງ ວຽງໄຊ (ແຂວງຫົວພັນ - ປະເທດລາວ)

        ທ່ານນາງ ເລທິທີ່ນ, ກຳມະການຄະນະປະຈຳພັກແຂວງ, ຮອງປະທານຄະນະກຳມະການປະຊາຊົນແຂວງແທັງຮ໊ວາ ເນັ້ນໜັກວ່າດ້ວຍບັນດາຄຸນຄ່າທາງດ້ານຊັບພະຍາກອນທ່ອງທ່ຽວທີ່ເປັນເອກະລັກສະເພາະ, ປະຊາຊົນມີຄວາມສະໜິດສະໜົົມ, ລຽບງ່າຍ, ຈິງໃຈ,   ພ້ອມກັນນັ້ນແມ່ນຄວາມເປັນເຈົ້າການໃນການເຂົ້າຮ່ວມຂອງອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນສອງເມືອງ ກວານເຊີນ - ວຽງໄຊ...ຈະເປັນພື້ນຖານອັນໜັ້ກແໜ້ນນຳລາຍການທ່ອງທ່ຽວ ກວານເຊີນ - ວຽງໄຊ ເຄື່ອນໄຫວຢ່າງມີປະສິດທິຜົນ. ຜ່ານນັ້ນ, ສ້າງກຳລັງໜູນຊຸກຍູ້ການພັດທະນາການທ່ອງທ່ຽວ ເມືອງ ກວານເຊີນ, ມຸ່ງໄປເຖິງເປົ້າໝາຍຮອດປີ 2020 ເມືອງຈະຕ້ອນຮັບແຂກທ່ອງທ່ຽວ ໃຫ້ໄດ້ 3 ໝື່ນເທື່ອຄົນ, ປະກອບສ່ວນພ້ອມກັບທົ່ວແຂວງປະຕິບັດເປົ້າໝາຍທີ່ໄດ້ວາງອອກໃນໂຄງການພັດທະນາການທ່ອງທ່ຽວແຂວງ ແທັງຮ໊ວາ ໄລຍະປີ 2016 – 2020 ໄດ້ຢ່າງມີໄຊ.

ຕອບກັບ

ຂ່າວ/ບົດ​ອື່ນ