ທະນາຄານໂລກ: ເສດຖະກິດຫວຽດນາມເຕີບໂຕແບບຍືນຍົງ

(VOVWORLD) -       ວັນທີ 11 ທັນວາ, ຢູ່ຮ່າໂນ້ຍ, ທະນາຄານໂລກປະຈຳຫວຽດນາມ ໄດ້ປະກາດບົດລາຍງານທົບທວນຄືນການອັບເດດສະພາບການພັດທະນາເສດຖະກິດຫວຽດນາມ ກໍ່ຄືເຕື້ອງເຖິງແງ່ຫວັງໄລຍະກາງ ແລະ ບັນດາສິ່ງທ້າທາຍເຊິ່ງຫວຽດນາມ ພວມປະເຊີນໜ້າ.

ທະນາຄານໂລກ: ເສດຖະກິດຫວຽດນາມເຕີບໂຕແບບຍືນຍົງ - ảnh 1(ທະນາຄານໂລກປະຈຳຫວຽດນາມ ປະກາດບົດລາຍງານ)

ຕາມການຕີລາຄາລວມຂອງທະນາຄານໂລກແລ້ວ, ເຖິງວ່າໃນສະພາບການໂລກມີສິ່ງທ້າທາຍຫຼາຍຢ່າງກໍ່ຕາມ, ແຕ່ຫວຽດນາມ ຍັງສືບຕໍ່ບັນລຸລະດັບເຕີບໂຕແບບຍືນຍົງ, ພ້ອມກັບໄພເງິນເຟີ້ໄດ້ຮັບການຄວບຄຸມຢູ່ລະດັບພໍປານກາງ ແລະ ອັດຕາແລກປ່ຽນເງິນຕາມີສະຖຽນລະພາບພໍສົມຄວນ.

        ນຳສະເໜີບັນດາຈຸດຕົ້ນຕໍໃນບົດລາຍງານ, ທ່ານ Sebastian Eckardt, ຫົວໜ້ານັກຊ່ຽວຊານດ້ານເສດຖະກິດຂອງທະນາຄານໂລກປະຈຳຫວຽດນາມ, ໄຈ້ແຍກວ່າ.

        “ການເຕີບໂຕເສດຖະກິດຂອງຫວຽດນາມ ແມ່ນດີກວ່າປີ 2017, ນັບທັງທາງດ້ານກະສິກຳ, ອຸດສາຫະກຳ ແລະ ການກໍ່ສ້າງ, ການເຄື່ອນໄຫວຜະລິດປຸງແຕ່ງດີທີ່ສຸດ. ປະລິມານຂຸດຄົ້ນແຮ່ທາດໄດ້ຫຼຸດລົງໜ້ອຍໜຶ່ງເມື່ອທຽບໃສ່ປີ 2017, ບັນດາຂະແໜງການບໍລິການກໍ່ເຕີບໂຕຊັກຊ້າ. ເຖິງຢ່າງໃດກໍ່ຕາມ, ລະດັບເຕີບໂຕຍັງໄດ້ຮັບການຮັກສາຢູ່ໃນທ່າທີ່ດີ. ເບິ່ງລວມແລ້ວ, ການເຕີບໂຕຍັງອີງໃສ່ຄວາມຕ້ອງການຢູ່ພາຍໃນປະເທດ. ນອກນັ້ນ, ການສົ່ງອອກກໍ່ໄດ້ຕັ້ງໜ້າປະກອບສ່ວນເຂົ້າໃນຕົວເລກເຕີບໂຕຂອງຫວຽດນາມ”.

        ຕາມບົດລາຍງານແລ້ວ, ຄາດຄະເນວ່າ, ປີ 2018 ລະດັບເຕີບໂຕເສດຖະກິດຂອງຫວຽດນາມ ຍັງຄົງຢູ່ໃນລະດັບ 6,8% ສູງກວ່າລະດັບ 6,3% ທີ່ຄາດຄະເນສຳລັບບັນດາພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນຢູ່ພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກ.

ຕອບກັບ

ຂ່າວ/ບົດ​ອື່ນ