ທະນາຄານໂລກຍົກລະດັບຄາດຄະເນການເຕີບໂຕGDPຂອງຫວຽດນາມປີ2015-2016

ທະນາຄານໂລກຍົກລະດັບຄາດຄະເນການເຕີບໂຕGDPຂອງຫວຽດນາມປີ2015-2016 - ảnh 1
(ພາບປະກອບ)

(vovworld) – ​ ​ໃນ​ບົດ​ລາຍ​ງານ​ອັບ​ເດັດສະພາບ​ເສດຖະກິດ​ອາຊີ​ຕາ​ເວັນ​ອອກ - ປາຊີ​ຟິກ ​ທີ່ໄດ້​ປະກາດ​ໃນ​ຕອນ​ເຊົ້າ​ວັນ​ທີ 5/10. ທະນາຄານ​ໂລກ (WB) ຍົກ​ລະດັບ​ຄາດ​ຄະ​ເນ​ການ​ເຕີບ​ໂຕ​ເສດຖະກິດ​ຂອງ ຫວຽດນາມ​ ຂື້ນ​ລະດັບ 6,2% ​​ໃນ​ປີ 2015 ​ແລະ 6,3%​ ໃນປີ 2016. ນີ້​ແມ່ນ​ລະດັບ​ການ​ເຕີບ​ໂຕ​ສູງ​ກ່ວາ​ເມື່ອ​ທຽບ​ໃສ່​ຄາ​ດຄະ​ເນ​ທີ່ໄດ້​ຍົກ​ອອກ​ໃນ​ເດືອນ 4 ຜ່ານ​ມາ. ຕາມ​ບົດ​ລາຍ​ງານ, ປີ​ນີ້, ອາຊີ​ຕາ​ເວັນ​ອອກ​ຍັງ​ສືບ​ຕໍ່​ເປັນ​ພາກ​ພື້ນ​ສ້າງ​ກຳລັງ​ໜູນ​ແກ່​ການ​ເຕີບ​ໂຕ​ໃຫ້​ພື້ນຖານ​ເສດຖະກິດ​ໂລກ, ປະກອບ​ເກືອບ 40% ຍອດ​ລະດັບ​ການ​ເຕີບ​ໂຕ​ເສດຖະກິດ​ທົ່ວ​ໂລກ. ຄາດວ່າ​ ທັງພາກ​ພື້ນ​ຈະ​ເຕີບ​ໂຕ 6,5% ​ໃນ​ປີ​ນີ້, ຫລຸ​ດລົງ​ເມື່ອ​ທຽບ​ໃສ່​ກັບ​ລະດັບ 6,8% ຂອງ​ປີ​ກາຍ. ​ໃນ​ບົດ​ລາຍ​ງານ, ທະນາຄານ​ໂລກ​ໄດ້ຫລຸດ​ລະດັບຄາດ​ຄະ​ເນ​ການເຕີບ​ໂຕ​ເສດຖະກິດ​ໃນສົກ​ປີ 2015 – 2016 ຂອງ​ບາງ​ປະ​ເທດ ອາ​ຊຽນ ຄື: ອິນ​ໂດ​ເນ​ເຊຍ, ມາ​ເລ​ເຊຍ, ​ໄທ, ກຳປູ​ເຈຍ…​

 

 

ຂ່າວ/ບົດ​ອື່ນ