ທະຫານກະບົດ IS ປະຫານຊີວິດຕົວປະກັນອັງກິດຄົນໜຶ່ງ

ທະຫານກະບົດ IS ປະຫານຊີວິດຕົວປະກັນອັງກິດຄົນໜຶ່ງ - ảnh 1
David Haines ໃນVIDEO ຕອນ​ໜຶ່ງ
(ພາບ: BBC)

(vovworld) - ວັນ​ທີ 13/9, ກຸ່ມ​ທະຫານ​ກະບົດ​ແຫ່ງ​ລັດ​ອິດສະ​ລາມ (IS) ຢູ່​ອີ​ຣັກ ​ແລະ ຊີຣີ ​ໄດ້​ປະກາດ VIDEO ຕອນ​ໜຶ່ງ​ທີ່​ຖ່າຍ​ທຳ​ກ່ຽວ​ກັບ​ການ ປະຫານ​ຊີວິດ​​ເຈົ້າ​ໜ້າ​ທີ່​ກູ້​ຊ່ວຍ​ຊາວ​ອັງກິດ​ David Haines. ນີ້​ແມ່ນ​ການ​ປະຫານ​ຊີວິດ​ທີ​ສາມ​ຕາມ​ແບບ​ນີ້ ​ໂດຍ​ກຸ່ມ IS ດຳ​ເນີນ​ໃນ​ສອງ​ສາມ​ສັບປະດາ​ຜ່ານ​ມາ. VIDEO ກໍ່​ໃຫ້​ຮູ້​ວ່າ, ການ​ປະຫານ​ຊີວິດ​ນີ້​ແມ່ນ​ເພື່ອ​ແນ​ໃສ່​ໂຕ້​ຕອບ​ເລື່ອງ​ທ່ານ​ນາຍົກລັດຖະມົນຕີອັງກິດ David Cameroon ຮ່ວມ​ສຳພັນ​ກັບ​ລັດຖະບານ​ອີ​ຮັກ ​ແລະ ກຳລັງ​ຊາວ Kurd ຢູ່​ພາກ​ເໜືອ ​ເພື່ອ​ຕ້ານ​ຄືນ IS. ນອກ​ນັ້ນ, IS ກໍ່​ກ່າວ​ເຕືອນ​ຈະ​ປະຫານ​ຊີວິດ​ຕົວ​ປະກັນ​ອື່ນ​ອີກ​ນັ້ນ​ແມ່ນ Alan Henning, ຖ້າ​ຫາກ​ລັດຖະບານ​ອັງກິດ ​ສືບ​ຕໍ່​ໜູນ​ຊ່ວຍ​ບັ້ນ​ຮົບ​​ຕ້ານ​ຄືນກຳລັງ​ນີ້.


ຂ່າວ/ບົດ​ອື່ນ