ທະຫານປະສົມບັນດາປະເທດອາຣັບເຂດອ່າວບຸກໂຈມຕີທາງອາກາດໃສ່ນະຄອນຫຼວງ Yemen

ທະຫານປະສົມບັນດາປະເທດອາຣັບເຂດອ່າວບຸກໂຈມຕີທາງອາກາດໃສ່ນະຄອນຫຼວງ Yemen - ảnh 1
(ພາບປະກອບ: Reuters)

​(vovworld) –   ບັນດາ​ເຮືອບິນ​ສູ້​ຮົບ​ຂອງທະຫານ​ປະສົມ​ບັນດາ​ປະ​ເທດ​ອາ​ຣັບ ​ເຂດ​ອ່າວ​ ​ໂດຍ​ ຊະ​ອຸ​ດີ ອາຣາ​ເບຍ ນຳ​ໜ້າ ​ໄດ້​ບຸກ​ໂຈມ​ຕີ​ທາງ​ອາກາດ​ໃສ່​ທຳນຽບ​ປະທານາທິບໍດີ ຢູ່​ນະຄອນຫຼວງ Sanaa ຂອງ Yemen, ສະຖານ​ທີ່​ເຊິ່ງພວກ​ກະບົດ Houthi ຄວບ​ຄຸມ. ​ໃນ​ວັນ​ທີ 26/04, ມີ​ການ​ບຸກ​ໂຈມ​ຕີ​ທາງ​ອາການ​ຂອງ​ທະຫານປະສົມ 4 ຄັ້ງ​ໃສ່​ທຳນຽບ​ປະທານາທິບໍດີ​ຢູ່ Sanaa ​ແລະ ​ເຂດ​​ໂນນ​ພູ​​ໃກ້ໆ​ນັ້ນ, ​ເຊິ່ງ​ເປ​ັນສະຖານ​ທີ່ລຳລຽງ​ໜູນ​ຊ່ວຍຂອງ​ກຳລັງ Houthi ​ເຕົ້າ​ໂຮມ ​ເພື່ອ​ກະກຽມ​ການ​ບຸກ​ໂຈມ​ຕີ​ແຂວງ Marib ​ເຂດ​ທີ່​ມີ​ນ້ຳມັນ​ເປັນຈຳນວນ​ຫຼາຍ ຢູ່ພາກ​ຕາ​ເວັນ​ອອກຢູ​ແກຼນ. ນີ້​ແມ່ນ​ຄັ້ງ​ທຳ​ອິດ​ທີ່ທະຫານ​ປະສົມໂດຍ ຊະ​ອຸ​ດີ ອາຣາ​ເບຍ ນຳ​ໜ້າ​ດຳ​ເນີນ​ບັນດາ​ການ​ບຸກ​ໂຈມ​ຕີ​ຢູ່​ນະຄອນຫຼວງ Sanaa ນັບ​ແຕ່​ເມື່ອ​ຊະອຸດີ​ອາຣາ​ເບຍ ​ເລີ່​ມຕົ້ນ​ບັ້ນ​ບຸກ​ໂຈມ​ຕີ​ບັນດາ​ເປົ້າ​ໝາຍ Houthi ຢູ່ Yemen ​ເມື່ອ​ອາທິດ​ກ່ອນ.

ຂ່າວ/ບົດ​ອື່ນ