ທ່າກຳ່ປັ່ນໄຊງ່ອນ ເລີ່ມທຳການຜະລິດຕົ້ນປີໃໝ່

ທ່າກຳ່ປັ່ນໄຊງ່ອນ ເລີ່ມທຳການຜະລິດຕົ້ນປີໃໝ່ - ảnh 1
ພາບປະກອບ

(vovworld) -​ ​ໃນ​ບັນຍາກາດ​ຕ້ອນຮັບ​ບຸນປີ​ໃໝ່​ປະຈຳ​ຊາດ ປີ​ມະ​ເມຍ 2014, ຕອນ​ເຊົ້າ​ວັນ​ທີ 31/1, ພະນັກງານ, ກຳມະກອນ ທ່າ​ກຳ່​ປັ່ນ​ໄຊ​ງ່ອນ ​ເລີ່​ມທຳ​ການ​ຜະລິດ​ຕົ້ນ​ປີ​ໃໝ່ ດ້ວຍ​ການ​ຂົນຖ່າຍ​ສິນຄ້າ​ກຳ່​ປັ່ນ​ທຳ​ອິດ​ຢູ່​ທ່າ​ກຳ່​ປັ່ນ ​ເຕິ​ນທ້ວນ. ນີ້​ແມ່ນ​ກຳ່​ປັ່ນ SunGlobe, ຂອງ Valetta ທີ່​ມີ​ນ້ຳໜັກ 50.000 ​ໂຕນ, ທີ່​ຂົນ​ສົ່ງ​ເຫຼັກ 30.000 ​ໂຕນ ​ເຂົ້າ​ທຽບ​ທ່າ​ໄຊ​ງ່ອນ. ທ່ານ ມາຍ​ວັນ​ກື້, ຜູ້ອຳນວຍການ​ທ່າ​ກຳ່​ປັ່ນ ​ເຕິ​ນທ້ວນ, ​ໃຫ້​ຮູ້​ວ່າ:

        “ເຫຼັກ 30.000 ​ໂຕນ ຂອງ​ກຳ່​ປັ່ນ​ລຳ​ນີ້​ຕ້ອງ​ຂົນ​ຖ່າຍ​ໃນ​ເວລາ 3 ວັນ ​ແຕ່​ພວກ​ຂ້າພະ​ເຈົ້າ​ຈະ​ພະຍາຍາມ​ຂົນ​ຖ່າຍ​ໃຫ້​ສຳ​ເລັດ​ໃນ​ເວລາ 2 ວັນ ​ເພື່ອ​ຕ້ອນຮັບ​ປີ​ໃໝ່, ປະກອບສ່ວນ​ສຳ​ເລັດ​ແຜນການ​ທີ່​ທ່າ​ກຳ່​ປັ່ນ​ໄຊ​ງ່ອນ​ໄດ້​ວາງ​ອອກ“.

ຂ່າວ/ບົດ​ອື່ນ