ທ່ານ Recep Tayyip Erdogan ໄດ້ຮັບໄຊຊະນະໃນການເລືອກຕັ້ງປະທານາທິບໍດີຢູ່ຕວກກີ

(VOVWORLD) -ວັນທີ 24 ມິຖຸນາ, ທ່ານປະທານາທິບໍດີຕວກກີ Recep Tayyip Erdogan ຖະແຫຼງວ່າໄດ້ຮັບໄຊຊະນະໃນການເລືອກຕັ້ງປະທານາທິບໍດີຢູ່ປະເທດນີ້ ທີ່ດຳເນີນໃນວັນທີ 23 ມິຖຸນາ.

ທ່ານ Recep Tayyip Erdogan ໄດ້ຮັບໄຊຊະນະໃນການເລືອກຕັ້ງປະທານາທິບໍດີຢູ່ຕວກກີ - ảnh 1ທ່ານປະທານາທິບໍດີ Recep Tayyip Erdogan  ກ່າວຄຳເຫັນທີ່ Ankara

(ພາບ: AFP/TTXVN)

ສຳພັນທະມິດໂດຍພັກຍຸຕິທຳ ແລະ ພັດທະນາ (AKP) ຂອງທ່ານ Recep Tayyip Erdogan ນຳໜ້າ ຍາດໄດ້ຈຳນວນບັດເຫັນດີສ່ວນຫຼາຍໃນສະພາແຫ່ງຊາດຂອງປະເທດນີ້.

        ຕາມສຳນັກຂ່າວສານແຫ່ງລັດ Anadolu ແລ້ວ, ດ້ວຍ 98% ຈຳນວນບັດທັງໝົດ, ທ່ານ Recep Tayyip Erdogan ຍາດໄດ້ເກືອບ 52,5% ຈຳນວນບັດ ໃນການເລືອກຕັ້ງປະທານາທິບໍດີ. ຄູ່ແຂ່ງຕົ້ນຕໍຂອງທ່ານ Recep Tayyip Erdogan ແມ່ນທ່ານ Muharem Ince ຂຶ້ນກັບພັກປະຊາຊົນສາທາລະນະ (CHP) ຍາດໄດ້ພຽງແຕ່ 31% ຈຳນວນບັດ ເທົ່ານັ້ນ.



ຕອບກັບ

ຂ່າວ/ບົດ​ອື່ນ