ທ່ານ ຫວູດຶກດາມ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 60ປີ ແຫ່ງວັນເຂົ້າ ຂະບວນກາແດງ-ຊີກວົງເດືອນແດງສາກົນ

(VOVWORLD) - ຕອນເຊົ້າວັນທີ 22 ພະຈິກ, ທີ່ຮ່າໂນ້ຍ, ສະພາກາແດງ ຫວຽດນາມ ຈັດຕັ້ງພິທີສະເຫຼີມສະຫຼອງ 60 ປີແຫ່ງວັນເຂົ້າຮ່ວມຂະບວນກາແດງ - ຊີກວົງເດືອນແດງສາກົນ (04/11/1957 – 04/11/2017) ແລະ ສະເຫຼີມສະຫຼອງ 71 ແຫ່ງວັນສ້າງຕັ້ງສະພາກາແດງ ຫວຽດນາມ (23/11/1946 – 23/11/2017). 
ທ່ານ ຫວູດຶກດາມ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 60ປີ ແຫ່ງວັນເຂົ້າ ຂະບວນກາແດງ-ຊີກວົງເດືອນແດງສາກົນ - ảnh 1 ຮອງນາຍົກລັດຖະມົນຕີ ຫວູດຶກດາມ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 60ປີ ແຫ່ງວັນເຂົ້າ ຂະບວນກາແດງ-ຊີກວົງເດືອນແດງ

ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ໃຫ້ຮູ້ວ່າ:

        “ມື້ນີ້, ສະພາກາແດງ ຫວຽດນາມ ໄດ້ກາຍເປັນ ຮູບພາບທີ່ມີຄວາມລື້ງເຄີຍ ແລະ ບັນດາ ອາສາສະໜັກກາແດງ ໄດ້ກາຍເປັນບັນດາຮູບພາບທີ່ມີຄວາມຮັກແພງທີ່ສຸດ. ບໍ່ພຽງແຕ່ແມ່ນການເຄື່ອນໄຫວມະນຸດສະທຳ, ບໍ່ພຽງແຕ່ແມ່ນບັນດາການຊ່ວຍເຫຼືອກ່ຽວກັບດ້ານວັດຖຸ ແລະ ຈິດໃຈໂດຍກົງກັບບັນດາຜູ້ຕ້ອງການໄດ້ຮັບຊ່ວຍເຫຼືອ. ບໍ່ພຽງແຕ່ຢູ່ໃນບັນດາການເຄື່ອນໄຫວເຂົ້າຮ່ວມການປົກປັກຮັກສາສິ່ງແວດລ້ອມ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ລົບລ້າງຄວາມອຶດຫິວ ຫລຸດຜ່ອນຄວາມທຸກຍາກເທົ່ານັ້ນ ຫາກສິ່ງສຳຄັນຍິ່ງກ່ວານັ້ນ ແມ່ນສະພາກາແດງ ຫວຽດນາມ ພ້ອມກັບບັນດານັກອາສາສະໝັກຂອງຕົນ ມີພາລະກຳໂຄສະນາ ແລະ ແຜ່ຂະຫຍາຍ ຈິດໃຈມະນຸດສະທຳ, ຄຸນຄ່າຂອງມະນຸດສະທຳຕໍ່ທົ່ວສັງຄົມອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ