ທ່ານນາຍົກລັດຖະມົນຕີ ຫງວຽນຊວນຝຸກ ເຂົ້າຮ່ວມກອງປະຊຸມສະຫຼຸບວຽກງານປີ 2018 ຂອງຂະແໜງອຸດສາຫະກຳ ແລະ ການຄ້າ

(VOVWORLD) -ຄຳຖາມທີ່ວາງອອກແມ່ນ ເຮັດແນວໃດເພື່ອໃຫ້ກຸ່ມບໍລິສັດຢູ່ພາຍໃນປະເທດ ເຂົ້າມາລົງທຶນຢ່າງແຮງ; ເຮັດແນວໃດ ເພື່ອໃຫ້ເງິນລົງທຶນຂອງບັນດາກຸ່ມບໍລິສັດນານາຊາດ ເຂົ້າມາລົງທຶນຢູ່ ຫວຽດນາມໃນເວລາທີ່ໂລກພວມມີການປ່ຽນແປງຫຼາຍຢ່າງ?

ກ່າວຄຳເຫັນທີ່ກອງປະຊຸມ ສະຫຼຸບວຽກງານປີ 2018 ແລະ ຜັນຂະຫຍາຍໜ້າທີ່ປີ 2019 ຂອງຂະແໜງອຸດສາຫະກຳ ແລະ ການຄ້າ, ໃນຕອນເຊົ້າວັນທີ 17 ມັງກອນ, ທ່ານນາຍົກລັດຖະມົນຕີ  ຫວຽດນາມ ຫງວຽນຊວນຝຸກ ຕີລາຄາສູງ ຂະແໜງໄດ້ຈັດຕັ້ງຜັນຂະຫຍາຍ 9 ໝວດໜ້າທີ່ ທີ່ໄດ້ຮັບມອບໝາຍເປັນຢ່າງດີ, ຊ່ວຍປີ 2018 ບັນລຸໄດ້ໝາກຜົນຢ່າງຮອບດ້ານ ປະກອບສ່ວນສຳຄັນເຂົ້າໃນການເຕີບໂຕຂອງປະເທດຊາດ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຝຸກ ເຂົ້າຮ່ວມກອງປະຊຸມສະຫຼຸບວຽກງານປີ 2018 ຂອງຂະແໜງອຸດສາຫະກຳ ແລະ ການຄ້າ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຝຸກ ເຂົ້າຮ່ວມກອງປະຊຸມສະຫຼຸບວຽກງານປີ 2018 ຂອງຂະແໜງອຸດສາຫະກຳ ແລະ ການຄ້າ (ພາບ: TTXVN)

ກ່ຽວກັບໜ້າທີ່ໃນໄລຍະຈະມາເຖິງ, ທ່ານນາກລັດຖະມົນຕີ ຕັ້ງບັນຫາ:

ໃນສະພາບການປັດຈຸບັນ ຫວຽດນາມ ພວມເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊີ່ງກວ້າງຂວາງ, ເລື່ອງເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ຂອງພື້ນຖານເສດຖະກິດ ແມ່ນທິດເດີນສຳຄັນທີ່ສຸດໃນການພັດທະນາ ດ້ວຍລະບົບທົ່ວຂະແໜງອຸດສາຫະກຳ ແລະ ການຄ້າ ຫວຽດນາມ. ສະນັ້ນ, ຄຳຖາມທີ່ວາງອອກແມ່ນ ເຮັດແນວໃດເພື່ອໃຫ້ກຸ່ມບໍລິສັດຢູ່ພາຍໃນປະເທດ ເຂົ້າມາລົງທຶນຢ່າງແຮງ; ເຮັດແນວໃດ ເພື່ອໃຫ້ເງິນລົງທຶນຂອງບັນດາກຸ່ມບໍລິສັດນານາຊາດ ເຂົ້າມາລົງທຶນຢູ່ ຫວຽດນາມໃນເວລາທີ່ໂລກພວມມີການປ່ຽນແປງຫຼາຍຢ່າງ? ບັນດາຄຳຖາມນັ້ນ ພວກເຮົາຄວນມີການຄົ້ນຄິດ, ກຳນົດທິດແກ້ໄຂ. ສະນັ້ນ, ເພື່ອປະຕິບັດຍຸດທະສາດພັດທະນາຂະແໜງ ໄລຍະຮອດປີ 2030, ວິໄສທັດຮອດປີ 2045 ນັ້ນ, ນັບແຕ່ດຽວນີ້ເປັນຕົ້ນໄປ ຕ້ອງມີບັນດາບາດກ້າວເດີນສຳຄັນ ເພື່ອຊຸກຍູ້ການພັດທະນາ. ຫວຽດນາມ ຈະເປັນເສືອ, ຈະເປັນມັງກອນ ຫຼືບໍ່ນັ້ນ ແມ່ນຂຶ້ນກັບການບຸກທະລຸຂອງຂະແໜງອຸດສາຫະກຳ ແລະ ການຄ້າ.

ຕອບກັບ

ຂ່າວ/ບົດ​ອື່ນ