ທ່ານ​ນາງ ເຈືອງ​ທິ​ມາຍ ຫົວ​ໜ້າ​ຄະ​ນະ ຂ​ົນ​ຂວາຍ​ປະ​ຊາ​ຊົນ​ສູນ​ກາງ​ພັກ ໄປ​ຢ້ຽມ​ຢາມ ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ກາ​ຕ​າ

(VOVWORLD) -ຕອນຄ່ຳວັນທີ 17 ສິງຫາ (ຕາມເວລາທ້ອງຖິ່ນ), ເນື່ອງໃນໂອກາດໄປຢ້ຽມຢາມ ແລະ ເຮັດວຽກຢູ່ ປະເທດ ກາຕາ, ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພັກ ແລະ ຄະນະຜູ້ແທນພັກກອມມູນິດ ຫວຽດນາມ ໄດ້ໄປຢ້ຽມຢາມ, ພົບປະກັບພະນັກງານ, ພາລະກອນສະຖານທູດ, ຜູ້ຕາງໜ້າພໍ່ແມ່ປະຊາຊົນຊາວ ຫວຽດນາມ ທີ່ພວມດຳລົງຊີວິດ, ເຮັດວຽກ ແລະ ຮ່ຳຮຽນຢູ່ ກາຕາ.
ທ່ານ​ນາງ ເຈືອງ​ທິ​ມາຍ ຫົວ​ໜ້າ​ຄະ​ນະ ຂ​ົນ​ຂວາຍ​ປະ​ຊາ​ຊົນ​ສູນ​ກາງ​ພັກ ໄປ​ຢ້ຽມ​ຢາມ ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ກາ​ຕ​າ - ảnh 1ທ່ານ ຫງວຽນດິງທາວເອກອັກຄະລັດຖະທຸດ ຫວຽດນາມ ປະຈຳກາຕາ ລາຍງານກ່ຽວກັບການພົວພັນລະຫວ່າງ ຫວຽດນາມ - ກາຕາ (ພາບ: TTXVN) 

ທີ່ການພົບປະ, ທ່ານນາງ ເຈືອງທິມາຍ ໄດ້ແຈ້ງໃຫ້ຊາບບັນດາຂໍ້ມູນພື້ນຖານກ່ຽວກັບສະພາບການພົ້ນເດັ່ນພາຍໃນປະເທດ, ຮັບຮູ ແລະ ເຊີດຊູບັນດາຄວາມມານະພະຍາຍາມສູ້ຊົນຂອງພະນັກງານ, ພາລະກອນສະຖານທູດໃນການເສີມຂະຫຍາຍຈິດໃຈສາມັກຄີ, ສະໜິດຕິດພັນ, ປະຕິບັດສຳເລັດໜ້າທີ່ເປັນຢ່າງດີ, ຊຸກຍູ້ການຮ່ວມມືພົວພັນລະຫວ່າງສອງປະເທດໃຫ້ພັດທະນາ. ທ່ານນາງ ເຈືອງທິມາຍ ໄດ້ສະເໜີໃຫ້ສະຖານທູດຄວນສືບຕໍ່ເສິມຂະຫຍາຍບົດບາດເປັນຂົວເຊື່ອມຕໍ່ລະຫວ່າງສອງປະເທດ, ປະຕິບັດບັນດາວຽກງານຂອງກົງສູນ, ປະຊາຄົມ, ປົກປ້ອງພົນລະເມືອງໃຫ້ດີກ່ວານີ້ອີກ, ຍາມໃດກໍ່ສະຫງວນຄວາມເອົາໃຈໃສ່ເຖິງຜູ້ອອກແຮງງານ, ພໍ່ແມ່ປະຊາຊົນຊາວ ຫວຽດນາມ ຢູ່ ກາຕາ, ຮັກສາ ແລະ ເສີມຂະຫຍາຍສີສັນວັດທະນະທຳຊາດ, ກໍ່ສ້າງປະຊາຄົມໃຫ້ນັບມື້ນັບມີສະຖຽນລະພາບ ແລະ ພັດທະນາ, ຊ່ວຍພໍ່ແມ່ປະຊາຊົນເຂົ້າໃຈສະພາບການພາຍໃນປະເທດຢ່າງຈະແຈ້ງ ແລະ ຍາມໃດກໍ່ອ່ວາຍໜ້າເມືອຫາປະເທດຊາດ.

        ໃນລາຍການໄປຢ້ຽມຢາມ ແລະ ເຮັດວຽກຢູ່ ກາຕາ ໃນລະຫວ່າງວັນທີ 17 – 21 ສິງຫາ, ທ່ານນາງ ເຈືອງທິມາຍ ແລະ ຄະນະຜູ້ແທນຈະມີການພົບປະ, ໂອ້ລົມສົນທະນາກັບການນຳຂອງສະພາແຫ່ງຊາດ, ລັດຖະບານ, ກະຊວງການຕ່າງປະເທດ ແລະ ກະຊວງພັດທະນາການບໍລິຫານ, ແຮງງານ ແລະ ບັນດາບັນຫາສັງຄົມຂອງກາຕາ.

ຕອບກັບ

ຂ່າວ/ບົດ​ອື່ນ