ທ່ານນາງClinton ພວມນຳໜ້າກ່ຽວກັບອັດຕາຜູ້ສະໜັບສະໜູນຢູ່5ລັດສຳຄັນ

ທ່ານນາງClinton ພວມນຳໜ້າກ່ຽວກັບອັດຕາຜູ້ສະໜັບສະໜູນຢູ່5ລັດສຳຄັນ - ảnh 1
ທ່ານ Donald Trump ແລະ ທ່ານ​ນາງ Hillary Clinton 
(ພາບ: thecommonsenseshow.com)

(vovworld) – ຕາມ​ໝາກຜົນ​​ແຫ່ງ​ການ​ຢັ່ງ​ຫາງ​ສຽງຫຼ້າ​ສຸດ​ຂອງ​ບໍລິສັດ​ຢັ່ງ​ຫາງ​ສຽງ Public Policy Polling (PPP) ທີ່ປະກາດ​​ໃນ​ວັນ​ທີ 29/9, ຜູ້​ສະໝັກຮັບ​ເລືອກ​ຕັ້ງ​​ເປັນປະທານາທິບໍດີ ອາ​ເມ​ລິ​ກາ ຂອງ​ພັກ​ປະຊາທິປະ​ໄຕທ່ານ​ນາງ Hillary Clinton ພວມ​ນຳ​ໜ້າ​ຄູ່​ແຂ່ງ​ຂອງ​ພັກສາ​ທາ​ລະນະ ທ່ານ Donald Trump, ຢູ່ 5 ລັດ​ເຊິ່ງລວມມີ 7 ຄະ​ແນນຢູ່: Colorado ດ້ວຍ​ອັດຕາສະໜັບສະໜູນ 51% ​ແລະ 44%, 3 ຄະ​ແນນ ຢູ່​ລັດ Florida ດ້ວຍ​ອັດຕາ 48% – 45%, 4 ຄະ​ແນນ​ຢູ່​ລັດ Carolina ​ເໜືອ ດ້ວຍ​ອັດຕາ 49% – 45%, 5 ຄະ​ແນນ​ຢູ່​ລັດ Pennsylvania ດ້ວຍ​ອັດຕາ 49% - 44%, 6 ຄະ​ແນນ​ຢູ່​ລັດ Virginia ດ້ວຍ​ອັດຕາ 49% - 43%.

        ​ໃນ​ຂະນະ​ນັ້ນ, ການ​ຢັ່ງ​ຫາງ​ສຽງ​ຫຼ້າ​ສຸດ​ຂອງ RealClearPolitics ກໍ່​ສະ​ແດງ​ໃຫ້​ເຫັນ​ວ່າ ທ່ານ​ນາງ Clinton ພວມ​ນຳ​ໜ້າ​ທ່ານ Trump ດ້ວຍ 3 ຄະ​ແນນ​ໃນ​ທົ່ວ​ປະ​ເທດ.


ຂ່າວ/ບົດ​ອື່ນ