ທ່ານນາງນາຍົກລັດຖະມົນຕີ ອັງກິດ ຖະແຫຼງວ່າປະເທດ ອັງກິດ ຈະສືບຕໍ່ທີ່ຕັ້ງນຳພາເສດຖະກິດໂລກ

ທ່ານນາງນາຍົກລັດຖະມົນຕີ ອັງກິດ ຖະແຫຼງວ່າປະເທດ ອັງກິດ ຈະສືບຕໍ່ທີ່ຕັ້ງນຳພາເສດຖະກິດໂລກ - ảnh 1
ທ່ານ​ນາງ​ນາຍົກລັດຖະມົນຕີ ອັງກິດ Theresa May
(ພາບ: THX/TTXVN)

(vovworld) - ທ່ານ​ນາງ​ນາຍົກລັດຖະມົນຕີ ອັງກິດ Theresa May ຖະ​ແຫຼ​ງວ່າ ປະ​ເທດ ອັງກິດ ຈະ​ຊຸກຍູ້ “ບົດບາດ​ຊີ້​ນຳ​ນຳພາ​ໃໝ່” ຂອງ​ຕົນ​ໃນ​ພື້ນຖານ​ເສດຖະກິດ​ໂລກ ​ເມື່ອ ອັງກິດ ຖອນ​ອອກ​ຈາກ​ສະຫະ​ພາບ ​ເອີ​ລົບ (ອີ​ຢູ) ​ແລະ ​ເລື່ອງ ອັງກິດ ຖອນ​ອອກ​ຈາກ ອີ​ຢູ ບໍ່​ໝາຍ​ຄວາມວ່າ ອັງກິດ ສະໜັບສະໜູນ​ລັດ​ທິປົກປ້ອງ​, ປິ່ນຫລັງ​​ໃສ່​ໂລກາ​ພິວັດ. ຄຳ​ຖະ​ແຫຼ​ງດັ່ງກ່າວ ​ໄດ້​ຍົກ​ອອກ​ມາ​ທີ່ເວທີ​ປາ​ໄສ​ເສດຖະກິດ​ໂລກຢູ່ Davos, ປະ​ເທດ ສະ​ວິດ​ ​ໃນ​ວັນ​ທີ 19/01. ກ່າວ​ຄຳ​ເຫັນ​ຕໍ່​ວົງ​ການ​ນັກ​ການ​ເມືອງ ​ແລະ ບັນດາ​ການ​ນຳ​ວິ​ສາ​ຫະກິດ​ຢູ່ Davos, ທ່ານ​ນາງ Theresa May ຢືນຢັນ​ວ່າ: ນັບ​ແຕ່​ກ່ອນ​ມາ​ຮອດປະຈຸ​ບັນ ອັງ​ກິດ ​ແມ່ນ​ປະ​ເທດ​ຍົກ​ສູງ​ການ​ເຄື່ອນ​ໄຫວ​ການ​ຄ້າ​ສາກົນ, ສະໜັບສະໜູນ​ໂລກາ​ພິ​ວັດ, ​ເພາະສະ​ນັ້ນ ​ເລື່ອງ ອັງກິດ ຖອນ​ອອກ​ຈາກ ອີ​ຢູ ຈະ​ຊ່ວຍ​ໃຫ້​ປະ​ເທດ​ນີ້ ມີ​ຄວາມ​ເຊື່ອ​ໝັ້ນ​ຕົນ​ເອງ​ກ່ວາ ​ໃນ​ການ​ນຳ ອັງກິດ ກາຍ​ເປັນ “ປະ​ເທດມີ​ຂອບ​ຂະໜາດ​ທົ່ວ​ໂລກ” ຢ່າງ​ແທດ​ຈິງ.

ຂ່າວ/ບົດ​ອື່ນ