ທ່ານນາງນາຍົກລັດຖະມົນຕີ ອັງກິດ ຢັ້ງຢືນຈະລາອອກຈາກຕຳແໜ່ງກ່ອນທີ່ດຳເນີນການເລືອກຕັ້ງທົ່ວປະເທດ

(VOVWORLD) - ວັນທີ 13 ທັນວາ, ທ່ານນາງນາຍົກລັດຖະມົນຕີ ອັງກິດ Theresa May ໄດ້ຢັ້ງຢືນວ່າ ທ່ານນາງຈະລາອອກຈາກຕຳແໜ່ງກ່ອນທີ່ປະເທດນີ້ ຈະດຳເນີນການເລືອກຕັ້ງທົ່ວປະເທດໃນປີ 2022.
ທ່ານນາງນາຍົກລັດຖະມົນຕີ ອັງກິດ ຢັ້ງຢືນຈະລາອອກຈາກຕຳແໜ່ງກ່ອນທີ່ດຳເນີນການເລືອກຕັ້ງທົ່ວປະເທດ - ảnh 1 ທ່ານນາງນາຍົກລັດຖະມົນຕີ ອັງກິດ Theresa May (ພາບ: AFP/TTXVN)

ກ່າວຄຳເຫັນຢູ່ ບຣຸກແຊນ ປະເທດ ແບນຊິກ, ທ່ານນາງ May ໃຫ້ຮູ້ວ່າ: ທ່ານນາງເຊື່ອໝັ້ນວ່າ ພັກນິຍົມຮັກສາເດີມຄວນມີການນຳຜູ້ອື່ນນຳໜ້າເພື່ອກ້າວເຂົ້າສູ່ການເລືອກຕັ້ງທົ່ວປະເທດ.

        ກ່ອນໜ້ານັ້ນ, ໃນວັນທີ 12 ທັນວາ, ທ່ານນາງ May ໄດ້ຂ້າມຜ່ານການເລືອກຕັ້ງປ່ອນບັດໄວ້ວາງໃຈພາຍໃນພັກນິຍົມຮັກສາເດີມ ດ້ວຍບັດສະໜັບສະໜູນ 200 ບັດ ແລະ ບັດຄ້ານ 117 ບັດ. ການປ່ອນບັດໄດ້ຈັດຕັ້ງ ພາຍຫລັງສະມາຊິກຫລາຍຄົນຂອງພັກນີ້ ບໍ່ພໍໃຈຕໍ່ວິທີການແກ້ໄຂຂອງທ່ານນາງນາຍົກລັດຖະມົນຕີ ອັງກິດ ກ່ຽວກັບບັນຫາ ອັງກິດ ຖອນຕົວອອກຈາກສະຫະພາບ ເອີຣົບ ຫຼື ເອີ້ນວ່າ Brexit.

        ຕາມແຜນການທີ່ໄດ້ປະກາດໃນວັນທີ 13 ທັນວາ, ບັນດາສະມາຊິກລັດຖະສະພາ ອັງກິດ ຈະປ່ອນບັດກ່ຽວກັບຂໍ້ຕົກລົງ Brexit ເຊິ່ງທ່ານນາງນາຍົກລັດຖະມົນຕີ May ບັນລຸໄດ້ກັບ ອີຢູ ໃນເດືອນ ມັງກອນ 2019 ຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ