ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຢ້ຽມຢາມ ແລະ ມອບຂອງຂວັນໃຫ້ບັນດາທະຫານເສຍອົງຄະຢູ່ແຂວງຮ່ານາມ

(VOVWORLD) -ພວກຂ້າພະເຈົ້າຍາມໃດກໍຖືວ່າ ທຸກສິ່ງທຸກຢ່າງ ຊຶ່ງປະເທດຊາດ ທີ່ມີໃນປັດຈຸບັນນີ້ ແມ່ນການເສຍສະຫຼະເລືອດເນື້ອຂອງບັນດານັກຮົບໄດ້ເສຍສະຫຼະຊີວິດເພື່ອຊາດ, ທະຫານເສຍອົງຄະ...
ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຢ້ຽມຢາມ ແລະ ມອບຂອງຂວັນໃຫ້ບັນດາທະຫານເສຍອົງຄະຢູ່ແຂວງຮ່ານາມ - ảnh 1ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ກ່າວຄໍາເຫັນທີ່ການພົບປະ

ເນື່ອງໃນໂອກາດສະເຫຼີມສະຫຼອງ 71 ປີ ແຫ່ງວັນທະຫານເສຍອົງຄະ - ນັກຮົບ -ເສຍສະຫຼະຊີວິດເພື່ອຊາດ ( 27/07/1947 – 17/07/2018), ຕອນເຊົ້າວັນທີ 17 ກໍລະກົດ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ພ້ອມດ້ວຍຄະນະປະຕິບັດງານຂອງສະພາແຫ່ງຊາດ ໄດ້ລົງຢ້ຽມຢາມ ແລະ ມອບຂອງຂວັນໃຫ້ບັນດາທະຫານເສຍອົງຄະ, ທະຫານເຈັບປ່ວຍ ຢູ່ ສູນປິ່ນປົ່ວບໍາລຸງສຸຂະພາບໃຫ້ແກ່ທະຫານເສຍອົງຄະ, ທະຫານເຈັບປ່ວຍ ຢຸຍຕຽນ; ສູນປິ່ນປົ່ວບໍາລຸງສຸຂະພາບໃຫ້ແກ່ທະຫານເສຍອົງຄະ, ທະຫານເຈັບປ່ວຍ ໜັກ ດິງບ໋າງ ຢູ່ແຂວງຮ່ານາມ.

        ກ່າວຄໍາເຫັນນະທີ່ນີ້, ທ່ານນາງປະທານສະພາແຫ່ງຊາດ ສະແດງຄວາມປາດຖະໜາວ່າ ບັນດາທະຫານເສຍອົງຄະ, ທະຫານເຈັບປ່ວຍ ມີສຸຂະພາບເຂັ້ມແຂງ ເພື່ອຜ່ານຜ່າບັນດາຄວາມເຈັບປວດ ຈາກການເສຍອົງຄະ ແລະ ກັບຄືນສູ່ຊີວິດເປັນປົກກະຕິໂດຍໄວ. ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຢັ້ງຢືນວ່າ:

        “ສະພາແຫ່ງຊາດຍາມໃດກໍເອົາໃຈໃສ່ເຖິງການປະຕິບັດນະໂຍບາຍສໍາລັບທະຫານເສຍອົງຄະ, ທະຫານເຈັບປ່ວຍ ແລະ ລະບອບນະໂຍບາຍບຸລິມະສິດສໍາລັບຜູ້ມີຄຸນງາມຄວາມດີ. ໃນການສ້າງນະໂຍບາຍໃຫ້ສົມບູນແບບ, ການຕິດຕາມກວດກາ ແລະ ຕັດສິນບັນດາບັນຫາສໍາຄັນໃຫ້ແກ່ປະເທດຊາດ, ພວກຂ້າພະເຈົ້າຍາມໃດກໍຖືວ່າ ທຸກສິ່ງທຸກຢ່າງ ຊຶ່ງປະເທດຊາດ ທີ່ມີໃນປັດຈຸບັນນີ້ ແມ່ນການເສຍສະຫຼະເລືອດເນື້ອຂອງບັນດານັກຮົບໄດ້ເສຍສະຫຼະຊີວິດເພື່ອຊາດ, ທະຫານເສຍອົງຄະ. ສະນັ້ນ,  ເມື່ອຕັດສິນບັນຫາໃດໜຶ່ງ ພວກຂ້າພະເຈົ້າກໍຕ້ອງຄໍານຶງເຖິງຜົນປະໂຫຍດຂອງປະເທດຊາດ ແລະ ປະຊາຊົນ, ບໍ່ປະໃຫ້ການເສຍສະຫຼະເລືອດເນື້ອຂອງຄົນລຸ້ນກ່ອນ ກາຍເປັນບັນດາການເສຍສະຫຼະບໍ່ມີຄວາມໝາຍ ຫາກຕ້ອງໃຫ້ຄົນລຸ້ນລູກລຸ້ນຫຼານຂອງປະຊາຊົນຫວຽດນາມຮໍ່າຮຽນຕາມ, ຈົດຈໍາເອົາຕະຫຼອດໄປ ເພື່ອເຮັດວຽກ, ສ້າງສາ, ຕໍ່ສູ້ ແລະ ປົກປັກຮັກສາປະເທດຊາດຂອງຕົນ ໃຫ້ນັບມື້ນັບຈະເລີນງອກງາມ ແລະ ຮັ່ງມີຍິ່ງຂຶ້ນ”.

 

        

ຕອບກັບ

ຂ່າວ/ບົດ​ອື່ນ